ໃນວັນທີ 01 ມີນາ 2022, ທີ່ ຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສົນທະນາທາງໂທລະສັບກັບ ພະນະທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio), ນາຍົກລັດ ຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ, ຖານເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານນາຍົກ ລັດຖະ ມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ກິຊິດະ ຟຸມິໂອະ, ໃນໂອ ກາດທີ່ທ່ານໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດ ຖະມົນຕີ ຍີ່ປຸ່ນ ຄົນໃໝ່ (ຄົນທີ 101) ໃນເດືອນພະຈິກ ປີ 2021 ຜ່ານມາ, ພ້ອມທັງ ສະແດງຄວາມຍິນດີທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະ ເທດ ທີ່ມີມາແຕ່ດົນນານ, ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ລວມທັງສືບຕໍ່ຜັນຂະຫຍາຍແຜນການຮ່ວມມື (Action Plan) ຂອງສອງປະເທດ ທີ່ໄດ້ຮັບຮອງໃນເດືອນເມສາ ປີ 2021 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດ ໝາຍ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມື ລາວ- ຍີ່ປຸ່ນ ໃນໄລຍະຜ່ານມາ, ຢູ່ໃນຂອບສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ມີຄວາມໃກ້ຊິດກັນຍິ່ງຂຶ້ນ, ເຖິງວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະເປັນອຸປະສັກໃຫ້ແກ່ການເດີນທາງໄປມາຫາສູ່ກັນຂອງສອງປະເທດກໍ່ຕາມ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ໃຫ້ມີການພົບປະແລກປ່ຽນການຢ້ຽມ ຢາມຂອງການນຳຂັ້ນສູງສອງປະເທດ ລວມທັງ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ເປັນປົກກະ ຕິ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະ ບານ ເປັນຕົ້ນ ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ, ປັບປຸງພື້ນຖານໂຄງລ່າງ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດຂອງ ສປປ ລາວ ກັບພາກພື້ນ ໃຫ້ມີບາດກ້າວໝັ້ນທ່ຽງ ແລະ ໂຄງການອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນ ດີຮ່ວມກັນເຮັດວຽກ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງການພົວພັນ ອາຊຽນ- ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ແລະ ການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ, ລວມທັງການກະກຽມສະເຫຼີມສະຫຼອງ ຄົບ ຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ໃນປີ 2025.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະ ສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ; ພ້ອມນີ້ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ວັກຊິນ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງວ່າ ລັດຖະ ບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຕື່ມໃນອະນາຄົດ.
ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດ ສະໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດ ທະສາດຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...