ໃນວັນທີ 5 ເມສາ 2021 ນີ້, ທີ່ ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ພວມດຳເນີນຢູ່ໃນປັດຈຸບັນ.
ການສົນທະນາໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈທີ່ຈະໄດ້ສືບຕໍ່ເຮັດວຽກກັບ ທ່ານ ຫງວຽນ ຊວັນ ຟຸກ ຢ່າງໃກ້ຊິດສະໜິດສະໜົມ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫາຍ ຫງວຽນ ຊວັນ ຟຸກ ຫວຽດນາມຈະສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ເຮັດໃຫ້ຊື່ສຽງ ແລະ ຖານະບົດບາດຂອງ ສສ ຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ, ໃນຂະນະດຽວກັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນຕົວຈິງ ແລະ ແຕກດອກອອກຜົນຍິ່ງຂື້ນ. ນອກຈາກນີ້, ສອງຝ່າຍກໍ່ຍັງຕີລາຄາສູງຕໍ່ການເຮັດວຽກຮ່ວມກັນໃນໄລຍະຜ່ານມາ ໃນການເສີມຂະຫຍາຍການພົວພັນພິເສດ ລາວ-ຫວຽດນາມ ໂດຍສະເພາະການຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຕ່າງໆ ທີ່ສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນເປັນ ຕົ້ນແມ່ນ ສັນຍາ ແລະ ຂໍ້ຕົກລົງຕ່າງໆ ລວມທັງການຜັນຂະຫຍາຍຜົນກອງປະຊຸມສອງກົມການເມືອງ ແລະ ຜົນກອງປະຊຸມ ຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍ ໃນທ້າຍປີ 2020 ກໍຄື ຜົນການພົບປະ ທີ່ດານັງ ໃນເດືອນກໍລະກົດ 2020 ຜ່ານມາ, ເຊິ່ງເຫັນວ່າໄດ້ມີຜົນສຳເລັດເປັນຢ່າງດີ. ໃນການສົນທະນາຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືສໍາລັບການຊ່ວຍເຫລືອ ໃນໄລຍະຜ່ານມາ ເປັນຕົ້ນແມ່ນໄພພິບັດຕ່າງໆ ແລະ ພິເສດແມ່ນການຮັບມືກັບພະຍາດໂຄວິດ-19, ເຊິ່ງ ສສ ຫວຽດນາມ ກໍເປັນປະເທດທໍາອິດທີ່ເຂົ້າມາຊ່ວຍເຫລືອ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈໃນການຊ່ວຍເຫລືອໂຄງການສະພາແຫ່ງຊາດ ໂດຍພື້ນຖານກໍສໍາເລັດ ແລະ ທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ຈະມີການມອບຮັບໂຄງການດັ່ງກ່າວໃນກາງປີ 2021 ນີ້.
ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນ ໃນທຸກລະດັບ ຕາມທິດກະທັດຮັດ, ມີປະສິດທິຜົນ; ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ຮ່ວມກັນຈັດຕັ້ງສະເຫລີມສະຫລອງປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ເພື່ອໃຫ້ຄົນຮຸ່ນນໜຸ່ມທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫລຶອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ ແລະ ໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ ແລະ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້ ທ່ານ ຫງວຽນ ຊວັນ ຟຸກ ໄດ້ອວຍພອນໃຫ້ ທ່ານ ທອງລຸນ ສີສຸລິດ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.
ພາບ: ຂັນໄຊ