ໃນວັນທີ 11 ມັງກອນ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບກັບ ທ່ານ ຮາຢາຊິ ໂຢຊິມາສະ, ລັດຖະມົນຕີການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະ ເທດ, ຖານເປັນຄູ່ຮ່ວມຍຸດທະ ສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ໃນການສົນທະນາທາງໄກຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍຢ່າງຈິງໃຈ ມາຍັງ ທ່ານ ຮາຢາຊິ ໂຢຊິມາສະ, ໃນໂອກາດທີ່ທ່ານໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳ ແໜ່ງເປັນ ລັດຖະມົນຕີການຕ່າງປະ ເທດ ແຫ່ງ ປະເທດຍີ່ປຸ່ນ ຄົນໃຫມ່ ໃນເດືອນພະຈິກ 2021 ຜ່ານມາ, ພ້ອມທັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ, ໂດຍສະເພາະແມ່ນ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ, ລວມທັງການຜັນຂະຫຍາຍແຜນການຮ່ວມມື (Action Plan) ຂອງ ສອງປະ ເທດ ທີ່ໄດ້ຮັບການຮັບຮອງໂດຍ ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໃນເດືອນເມສາ 2021 ຜ່ານມາ. ສອງຝ່າຍ ເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ຫມາກຜົນຂອງການພົວພັນ ແລະ ຮ່ວມມື ລາວ-ຍີ່ປຸ່ນ ໃນໄລຍະຜ່ານ ມາ, ທັງໃນຂອບສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງຂຶ້ນ, ເຖິງວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະເປັນອຸປະສັກ ໃຫ້ການໄປມາຫາສູ່ກັນຂອງທັງສອງປະເທດກໍ່ຕາມ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ, ສືບຕໍ່ຊຸກຍູ້ແລກປ່ຽນການພົບປະ ແລະ ຢ້ຽມ ຢາມຂອງການນຳຂັ້ນສູງສອງປະ ເທດ ລວມທັງ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ -ຍີ່ປຸ່ນ ໃຫ້ເປັນປົກກະຕິ ພາຍ ຫລັງສະພາບການແຜ່ລະ ບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ, ສືບຕໍ່ຊຸກຍູ້ການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ແລະ ການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ, ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ໃຫ້ແກ່ ສປປ ລາວ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງກະຊວງການຕ່າງປະເທດ ຈະຮ່ວມກັນເຮັດວຽກຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງ ການພົວພັນ ອາຊຽນ-ຍີ່ປຸ່ນ ໃນປີ 2023 ແລະ ການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະ ສົບຜົນສໍາເລັດຕາມຄາດຫມາຍ.
ໃນໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຂອງລັດ ຖະບານ ກໍຄືປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ລວມທັງການຊ່ວຍເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກ (UXO Clearance), ອັນໄດ້ເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອ ລະກ້າວໆ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ວັກຊິນ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ; ຍີ່ປຸ່ນ ຍັງເປັນປະເທດອັນດັບຕົ້ນ ທີ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບ ສະໜູນແກ່ ສປປ ລາວ ຕື່ມໃນອະນາຄົດ.
ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດ ສະ ໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ