ສອງລາຍການແຂ່ງຂັນພາກເໜືອເອີຣົບໄດ້ກຳເນີດຈາກແຫຼມສະແກນດີນາວຽນ ທາງພາກເໜືອເອີຣົບ ລວມທັງປະເພດສະກີໂດດ ແລະ ສະກີຂ້າມສະໜາມ, ເປັນໜຶ່ງໃນລາຍການແຂ່ງຂັນໃນງານກິລາໂອລິມປິກລະດູໜາວຄັ້ງທຳອິດທີ່ຈັດຂຶ້ນໃນປີ 1924 ແລະ ກໍແມ່ນລາຍການດຽວທີ່ໄດ້ຈັດແຕ່ການແຂ່ງຂັນນັກກິລາຊາຍເທົ່ານັ້ນ. ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຕ້ອງມີຄວາມກ້າຫານໃນປະເພດສະກີໂດດ ແລະ ກໍຕ້ອງມີຄວາມທົນທານໃນການແຂ່ງຂັນປະເພດສະກີຂ້າມສະໜາມ ພ້ອມທັງມີເຕັກນິກທັງສອງປະເພດນີ້, ຈິ່ງຖືກເອີ້ນວ່າເປັນ “ລາຍການເກັ່ງຮອບດ້ານຂອງພາກເໜືອເອີຣົບ”.
ການແຂ່ງຂັນລາຍການດັ່ງກ່າວໃນງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນຢູ່ສູນສະກີໂດດແຫ່ງຊາດ ແລະ ສູນສະກີຂ້າມສະໜາມແຫ່ງຊາດໃນເຂດແຂ່ງຂັນຈ່າງເຈ່ຍໂຂ ເຊິ່ງລວມທັງການແຂ່ງຂັນປະເພດດ່ຽວ ແລະ ການແຂ່ງຂັນເປັນໝູ່ຄະນະ, ຈັດໃຫ້ມີ 3 ປະເພດແຂ່ງຂັນ ແລະ ຈະມີຫຼຽນຄຳ 3 ຫຼຽນ.
ລາຍການແຂ່ງຂັນພາກເໜືອເອີຣົບເປັນການທົດສອບອັນຂ້ຽວຂາດຕໍ່ການລະເບີດພະລັງກາຍ ແລະ ຄວາມທົນທານຂອງນັກກິລາ, ໃນຖານະເປັນລາຍການແຂ່ງຂັນໃນຮອບຄັດເລືອກ ເພື່ອຄັດເລືອກນັກກິລາລະດູໜາວຮອບດ້ານ, ລາຍການແຂ່ງຂັນພາກເໜືອເອີຣົບຈິ່ງຖືກເອີ້ນວ່າເປັນລາຍການຂອງ “ນັກກິລາຫິມະທີ່ດີເລີດທີ່ສຸດ”.


