ໃນວັນທີ 27 ສິງຫາ 2022 ນີ້, ຢູ່ສະມາ ຄົມນັກຂ່າວແຫ່ງ ສສ ຫວຽດນາມ ນະ ຄອນຫລວງຮ່າໂນ້ຍ, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ເລ ກວັກ ມິງ ປະທານສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ແຕ່ປີ 2022-2027 ໂດຍຄະນະຜູ້ແທນທັງຝ່າຍລາວ-ຫວຽດນາມ ຮ່ວມເປັນສັກຂີພິຍານ.
ໃນບົດບັນທຶກຄວາມເຂົ້າໃຈໄດ້ກຳນົດວ່າ: ໄລຍະ 5 ປີຕໍ່ໜ້າ, ສອງຝ່າຍຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັນແລກ ປ່ຽນຂໍ້ມູນຂ່າວສານຮອບດ້ານ ທັງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຂອງສອງປະເທດ ໃນຂະບວນການດຳເນີນນະໂຍບາຍປ່ຽນແປງໃໝ່ ໂດຍຖືວ່າ ນີ້ເປັນປັດໄຈສຳຄັນໃນການຊ່ວຍເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ; ຈະເສີມສ້າງການພົວພັນແລກປ່ຽນ ແລະ ການຮ່ວມມືໃນການສິດສອນ, ຝຶກອົບຮົມ ແລະ ຊຸກຍູ້ສົ່ງເສີມທັກສະຄວາມເປັນມືອາຊີບ ແລະ ຈັນຍາບັນຂອງນັກຂ່າວ, ການຍົກລະດັບຄວາມເປັນມືອາຊີບຂອງບັນດານັກຂ່າວ ແລະ ການຮູ້ນຳໃຊ້ຢ່າງຄ່ອງແຄ້ວ ວ່ອງໄວບັນດາຊ່ອງທາງຂອງສື່ຫລາຍຮູບແບບ ເພື່ອໃຫ້ສາມາດຕິດຕໍ່, ຕອບຮັບກັບທ່າອ່ຽງຂອງວຽກງານຂ່າວ-ສື່ມວນຊົນສະໄໝໃໝ່; ບົນພື້ນຖານໝາກຜົນອັນດີ ໃນການຮ່ວມຈັດຊຸດອົບຮົມໃນປີ 2019 ຜ່ານມາ, ສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ຈະສືບຕໍ່ສະໜັບສະໜູນຊ່ວຍເຫລືອລາວແຕ່ລະປີເພື່ອຈັດຊຸດຝຶກອົບຮົມໃຫ້ນັກຂ່າວຢູ່ປະເທດລາວ ຕາມຫົວຂໍ້, ເນື້ອໃນ ແລະ ການບໍລິຫານຈັດການຊຸດອົບຮົມ ໂດຍການໄດ້ຮັບການເຫັນດີຮ່ວມກັນຂອງສອງຝ່າຍ ແລະ ສອດຄ່ອງກັບສະພາບການຕົວຈິງ.
ຂະນະດຽວກັນ ຈະຮ່ວມກັນເຮັດບົດບາດເປັນຂົວເຊື່ອມຕໍ່ທີ່ຕັ້ງໜ້າລະຫວ່າງ ສະມາຄົມນັກຂ່າວລະດັບແຂວງ ແລະ ບຸກຄະລາກອນສື່ມວນຊົນຂອງສອງປະເທດ ໃນການແລກປ່ຽນການຢ້ຽມຢາມຄະນະຜູ້ແທນ ກໍຄື ການຮ່ວມມື ແລະ ການສະໜັບສະໜູນວຽກງານທີ່ກ່ຽວຂ້ອງກັບສື່ມວນຊົນ ເພື່ອປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງພັກ,ລັດຖະບານ ແລະ ປະຊາຊົນລາວ ແລະ ຫວຽດນາມ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ, ການພັດທະນາແບບຍືນຍົງ ແລະ ຄວາມກ້າວໜ້າຮ່ວມກັນ. ນອກນີ້, ສອງຝ່າຍອາດພິຈາລະນາຮ່ວມກັນຈັດສໍາມະນາ ແລະ ກອງປະຊຸມພົບປະ ເພື່ອປັບປຸງລະບົບການຄຸ້ມຄອງນັກຂ່າວໃຫ້ຮັດກຸມກວ່າເກົ່າ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງສອງປະເທດ, ສອງຝ່າຍຈະຊຸກຍູ້ສົ່ງເສີມອົງການສື່ຂອງສອງປະເທດ ໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຂ່າວເຫດ ການສຳຄັນຕ່າງໆ ກໍຄື ຜົນສຳເລັດການສ້າງສາພັດທະນາປະເທດໃຫ້ຫລາຍຂຶ້ນ ໂດຍຜ່ານທັງສື່ເກົ່າ ແລະ ໃໝ່. ພ້ອມນີ້ຈະປະສານສົມທົບກັນຢ່າງໃກ້ຊິດອອກຂ່າວທີ່ລະອຽດອ່ອນຕ່າງໆຢ່າງເໝາະສົມ ແລະ ທົ່ວເຖິງ. ຂະນະດຽວກັນ, ສອງຝ່າຍເຫັນດີຈະແລກປ່ຽນການຢ້ຽມຢາມ ຄະນະຜູ້ແທນແບບໝູນວຽນແຕ່ລະປີ ເພື່ອປຶກສາຫາລືວຽກງານສື່ມວນຊົນ ໂດຍສອດຄ່ອງກັບຫລັກການແຫ່ງການເຄົາລົບຊຶ່ງກັນ ແລະ ກັນ ແລະ ຄວາມສະເໝີພາບ.
ການຕົກລົງຮ່ວມມື ລະຫວ່າງສອງສະມາຄົມນັກຂ່າວ ລາວ-ຫວຽດນາມ ເປັນການປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ທັງເປັນການສ້າງຂະບວນການສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລາວ ແລະ ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022 ແລະ ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ທັງຢູ່ບົນນໍ້າໃຈສາມັກຄີ, ຄວາມສະເໝີພາບ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຮັດແໜ້ນ ແລະ ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງສື່ມວນຊົນສອງປະເທດ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບໜ້າທີ່ວຽກງານ ພາລະບົດບາດ ແລະ ຂອບເຂດອຳນາດຂອງແຕ່ລະຝ່າຍ ລວມທັງຂໍ້ກຳນົດທາງກົດໝາຍຂອງແຕ່ລະປະເທດ ແລະ ສົນທິສັນຍາສາກົນຕ່າງໆ ທີ່ແຕ່ລະປະເທດຮ່ວມເປັນພາຄີ.
