ໃນວັນທີ 8 ກໍລະກົດ 2021, ຄະນະຜູ້ ແທນສະມາຄົມມິດຕະພາບ ລາວ- ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມຮູບແບບພົບປະທາງໄກ (Video conference), ຝ່າຍລາວ ນໍາໂດຍ ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນ ກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ- ຫວຽດນາມ ຂັ້ນສູນກາງ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ເຈີນວັນຕຸ້ຍ ອະດີດກໍາມະການຄະນະບໍລິຫານງານສູນກາງພັກ ອະດີດຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ, ອະດີດຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ, ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ບັນດາກິດຈະກໍາຕ່າງໆ ທີ່ສອງຝ່າຍຈະໄດ້ຮ່ວມກັນຈັດຕັ້ງປະ ຕິບັດເພື່ອສະເຫຼີມ ສະຫຼອງປີສາມັກຄີພິເສດ ລາວ-ຫວຽດນາມ ໃນປີ 2022 ທີ່ຈະມາເຖິງ ຄື: ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022). ບັນດາກິດຈະກໍາທີ່ສອງຝ່າຍຈະໄດ້ຮ່ວມກັນຈັດຕັ້ງປະຕິບັດໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແມ່ນບຸນມະໂຫລານມິດຕະພາບ, ພິມວາລະສານສະບັບພິດເສດ ລາວ-ຫວຽດນາມ, ວາງສະແດງຮູບພາບ ແລະ ບັນດາກິດຈະກໍາປິ່ນອ້ອມຕ່າງໆ ເພື່ອເຜີຍແຜ່ໃຫ້ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໂດຍສະ ເພາະແມ່ນ ຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ ທີ່ປະທານ ໂຮ່ຈິມີນ ຜູ້ນໍາທີ່ຍິ່ງໃຫຍ່ ຂອງປະຊາຊົນ ຫວຽດ ນາມ, ປະ ທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງ ປະຊາຊົນລາວ ໄດ້ກໍ່ຕັ້ງ ໄດ້ຮັບການຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃນບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດຕະຫຼອດມາ, ເພື່ອໃຫ້ເຂົາເຈົ້າ ໄດ້ມີຄວາມເອກອ້າງທະນົງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະ ຫຍາຍ ແລະ ເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ – ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຂ່າວ-ພາບ: ນາງ ແສງຈັນ
