ພິທີຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ່ VI ສະໄໝທີ່ VII ແລະມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບຄັ້ງທີ່ VIII ຂອງສອງອົງການສານທະຫານພາກເໜືອ – ອົງການໄອຍະການທະຫານພາກເໜືອໄດ້ຈັດຂື້ນໃນວັນທີ່ 25 ກຸມພາ 2021 ນີ້. ທີ່ສະໂມສອນຂອງສານທະຫານພາກເໜືອ ໂດຍການເປັນປະທານ ພັນເອກ ວັນສີເຟືອງ ຄະນະພັກຮາກຖານສານທະຫານຂັ້ນສູງ ເລຂາໜ່ວຍພັກ ຫົວໜ້າສານທະຫານພາກເໜືອແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ພັນໂທ ຈັນທະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງກົມໃຫ່ຍການເມືອງກອງທັບ, ມີ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າພະແນກສະຫະພັນແມ່ຍິງຫ້ອງການເມືອງກົມໃຫ່ຍການເມືອງກອງທັບ, ມີຄະນະພັກ – ຄະນະບັນຊາຕະຫຼອດຮອດຊາວໜຸ່ມ – ແມ່ຍິງທັງສອງອົງການເຂົ້າຮ່ວມ.
ໃນພິທີ ຮ້ອຍເອກ ນາງ ອໍາໄພ ພົມມະຈັກ ຕາງໜ້າໜ່ວຍສະຫະພັນແມ່ຍິງອົງການໄອຍະການທະຫານພາກເໜືອ – ສານທະຫານພາກເໜືອ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງໜ່ວຍສະຫະພັນແມ່ຍິງສອງອົງການໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2021. ເຊິ່ງໃນນີ້ໜ່ວຍສະຫະພັນແມ່ຍິງອົງການໄອຍະການທະຫານພາກເໜືອ – ສານທະຫານພາກເໜືອແມ່ນຂື້ນກັບໜ່ວຍສະຫະພັນແມ່ຍິງອົງການໄອຍະການທະຫານຂັ້ນສູງ ແລະ ສານທະຫານຂັ້ນສູງພາຍໃຕ້ການຊີ້ນໍາ – ນໍາພາຂອງຄະນະພັກ – ຄະນະບັນຊາປັດຈຸບັນພາຍໃນໜ່ວຍມີສະມາຊິກທັງໝົດ 15 ສະຫາຍ, ຄະນະໜ່ວຍ 6 ສະຫາຍ, ແບ່ງອອກເປັນ 2 ໜ່ວຍ, ມີສະມາຊິກພັກສົມບູນ 12 ສະຫາຍ, ສໍາຮອງ 1 ສະຫາຍ, ສະມາຊິກແມ່ຍິງທີ່ເປັນຊາວໜຸ່ມ 7 ສະຫາຍ, ແບ່ງຊັ້ນພັນຕີ 2 ສະຫາຍ, ຮ້ອຍເອກ 6 ສະຫາຍ, ຮ້ອຍໂທ 6 ສະຫາຍ, ວາທີ 1 ສະຫາຍ, ລະດັບວິຊາສະເພາະປະລິນຍາຕີ 7 ສະຫາຍ, ຊັ້ນສູງ 2 ສະຫາຍ, ຊັ້ນຕົ້ນ 6 ສະຫາຍ, ລະດັບວັດທະນະທໍາມໍປາຍ 12 ສະຫາຍ, ມໍຕົ້ນ 3 ສະຫາຍ. ຍາມໃດຄະນະໜ່ວຍສະຫະພັນແມ່ຍິງທັງສອງອົງການກໍ່ໄດ້ຖືສໍາຄັນໃນການສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ເອື້ອຍນ້ອງສະມາຊິກພາຍໃນໜ່ວຍໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດເຊື່ອມຊຶມກໍາແໜ້ນໄດ້ແນວທາງຂອງພັກ – ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ກົດລະບຽບຂອງແມ່ຍິງລາວວາງອອກໃຫ້ເຂັ້ມງວດ, ແລະ ພ້ອມເປັນເຈົ້າການເຂົ້າຮ່ວມຮໍາຮຽນມູນເຊື້ອຕ່າງໆ ກໍ່ຄືມູນເຊື້ອຂອງແມ່ຍິງລາວ 6 ຄັ້ງ, ເຂົ້າຮ່ວມເຊື່ອມຊຶມມະຕິ 12 ຄັ້ງ, ເຂົ້າຮ່ວມສ້າງຂະບວນການກິລາພາຍໃນກົມກອງ 2 ຄັ້ງ, ນອກນີ້ຄະນະໜ່ວຍສະຫະພັນຍິງອົງການໄອຍະການທະຫານພາກເໜືອ – ສານທະຫານພາກເໜືອ ຍັງໄດ້ປຸກລະດົມເອື້ອຍນ້ອງແມ່ຍິງໃຫ້ມີຄວາມອົດທົນດຸໝັ່ນປະຢັດມັດທະຍັດ, ຫິຍບປັກທັກແສ່ວ ແລະ ອື່ນໆ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ດີຂື້ນເທື່ອລະກ້າວໃນນີ້ພາຍໃນໜ່ວຍໄດ້ປູກພຶກຜັກຕ່າງໆ ຕາມລະດູການໄດ້ 1.159 ກິໂລ ແລະ ລ້ຽງໄກ່ແບບມອບເໝົາຜູ້ລະ 1 ໂຕຕໍ່ປີ. ຈາກນັ້ນ ສະຫາຍ ພັນໂທ ນາງປາ ວົງສະແຫວງ ຫົວໜ້າພະແນກສະຫະພັນແມ່ຍິງ ແລະ ສະຫາຍ ພັນໂທນາງ ສຸພາບ ມະນີວົງ ຮອງຫົວໜ້າພະແນກສະຫະພັນແມ່ຍິງຫ້ອງການເມືອງກົມໃຫ່ຍການເມືອງກອງທັບ ກໍ່ໄດ້ພັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ່ VI ສະໄໝທີ່ VII ແລະ ມະຕິກອງປະຊຸມຜູ້ແທນແມ່ຍິງຄັ້ງທີ່ VIII ທົ່ວກອງທັບ. ຈາກນັ້ນ ສະຫາຍ ພັນຕີ ລິນເສີມ ບົວລະພາ ຄະນະພັກຮາກຖານຊາວໜຸ່ມສານທະຫານຂັ້ນສູງ ເລຂາໜ່ວຍຊາວໜຸ່ມສານທະຫານພາກເໜືອ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂະບວນການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 4 ບຸກຂອງໜ່ວຍຊາວໜຸ່ມສານທະຫານພາກເໜືອ ແລະ ອົງການໄອຍະການທະຫານພາກເໜືອປະຈໍາປີ 2020 ແລະ ທິດທາງແຜນການປີ 2021. ໃນພິທີ ສະຫາຍ ພັນໂທ ຈັນທະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງກົມໃຫ່ຍການເມືອງກອງທັບຍັງໄດ້ຂື້ນແນະນໍາຊຸກຍູ້ກ່ຽວກັບວຽກງານຂະບວນການຂອງຊາວໜຸ່ມ 4 ບຸກເພື່ອໃຫ້ສະມາຊິກຊາວໜຸ່ມສອງອົງການນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໃນໂອກາດດັ່ງກ່າວ ສະຫາຍ ພັນຕີ ນາງ ແພງສີ ກອງມະນີ ຄະນະພັກຮາກຖານຮອງຫົວໜ້າສະຫະພັນແມ່ງຍິງສານທະຫານຂັ້ນສູງກໍ່ໄດ້ຂື້ນຜ່ານມະຕິແຕ່ງຕັ້ງຂອງຫ້ອງການເມືອງກົມໃຫ່ຍການເມືອງກອງທັບ. ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຮ້ອຍເອກ ນາງລໍາເພົາ ວັນນະວົງ ເປັນຄະນະສະຫະພັນແມ່ຍິງສານທະຫານພາກເໜືອຜູ່ໃໝ່ໄດ້ຕາມລະດັບຄາດໝາຍ. ທ້າຍພິທີຍັງໄດ້ຮັບຟັງການໂອ້ລົມ ແລະ ເນັ້ນໜັກດ້ວຍຫຼາຍບັນຫາທີ່ສໍາຄັນຈາກ ສະຫາຍ ພັນເອກ ວັນສີເຟືອງ ຄະນະພັກຮາກຖານສານທະຫານຂັ້ນສູງ ເລຂາໜ່ວຍພັກ ຫົວໜ້າສານທະຫານພາກເໜືອຕື່ມອີກ.






ໂດຍ: ໄຊຍະສອນ ລັດຕະນະວົງ.