ໃນວັນທີ 6 ກໍລະກົດ 2021, ເວລາປະມານ 16:15 ໂມງ, ເຈົ້າໜ້າທີ່ໜ່ວຍສະເພາະກິດ ທີ່ປະຈໍາຢູ່ກວດກວດກາ ກິໂລແມັດທີ 24 ແຂວງອຸດົມໄຊ ໄດ້ສະກັດລົດວີໂກ້ ສີປອນ ທີ່ກໍາລັງຂັບຂີ່ມຸ້ງໜ້າມາແຕ່ທາງເມືອງໄຊ-ນາໝໍ້ ໂດຍຊາຍ 2 ຄົນ ດ້ວຍທ່າທີ່ມີພິລຸດສົງໄສ ຈຶ່ງໄດ້ທໍາການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນເຮໂຣອິນ 70 ແທ່ງ ເງິນບາດ 3.000 ບາດ, ເງິນກີບ 472.000 ກີບ, ສາຍຄໍສີເຫຼືອງ ຄ້າຍຄືຄໍາ 1 ເສັ້ນ ແລະ ໂທລະສັບມືຖື 3 ເຄື່ອງ ຈຶ່ງນໍາຕົວພວກກ່ຽວໄປສອບສວນ.
ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຜູ້ຖືກຫາ ທັງສອງຄົນ ຊື່ ທ້າວ ຢາໄຊຢາງ ອາຍຸ 25 ປີ ແລະ ທ້າວ ດົວຈົງ ອາຍຸ 40 ປີ ທັງ ສອງຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຜ່ານການສອບສວນເບື້ອງຕົ້ນພວກກ່ຽວ ສາລະພາບວ່າ: ເຮໂຣອິນຈໍານວນ 70 ແທ່ງ ທີ່ເຈົ້າໜ້າທີ່ຢຶດໄດ້ ແມ່ນພວກກ່ຽວຮັບຈ້າງຂົນສົ່ງໃຫ້ ທ້າວ ຈົວ (ຄົນພະມ້າ) ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄປສົ່ງໃຫ້ຄົນຫວຽດ ນາມ (ບໍ່ຮູ້ຊື່) ຢູ່ເຂດຊາຍແດນລາວ- ຫວຽດນາມ ບ້ານປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ ແລະ ຖ້າໄປຮອດເຂດບ້ານປາງຫົກ ແມ່ນໃຫ້ໂທຫາ ທ້າວ ຈົວ ເພື່ອໃຫ້ອອກມາຮັບເອົາເຮໂຣອິນຈໍານວນດັ່ງກ່າວ ນໍາພວກກ່ຽວ ພ້ອມທັງຈ່າຍຄ່າຂົນສົ່ງໃຫ້; ຖ້າຂົນສົ່ງສໍາເລັດ ແມ່ນຈະໄດ້ຮັບຄ່າຈ້າງ, ໂດຍຄິດໄລ່ເຮໂຣອິນ 1 ແທ່ງ ຕໍ່ເງິນ 1.000 ບາດ. ນອກນັ້ນ, ໄລຍະຜ່ານມາ, ພວກກ່ຽວ ເຄີຍຂົນສົ່ງເຮໂຣອິນ ຈາກແຂວງບໍ່ແກ້ວໄປສົ່ງຢູ່ບ້ານປາງຫົກ ມາແລ້ວ 1 ຄັ້ງ ແລະ ຄັ້ງນີ້ ແມ່ນຄັ້ງທີ 2 ເຊິ່ງພວກກ່ຽວໄດ້ນໍາໃຊ້ລົດໂຕໂຍຕ້າ ກະບະວີໂກ້ ສີປອນ ໝາຍເລກທະ ບຽນ ກກ 4708 ອຸດົມໄຊ ໂດຍຮູບການຊຸກເຊື່ອງເຮໂຣອິນໄວ້ຝາປະຕູລົດ.