ໂດຍອິຕາມ ຂໍ້ຕົກລົງ ເລກທີ່ 259/ສນຊ ລົງວັນທີ 11 ສິງຫາ 2021 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີໃຫ້ແກ່ບຸກຄົນທີ່ມີຜົນງານໃນການປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ; ໃນເວລາ 10:00 ເຊົ້າຂອງວັນທີວັນທີ 30 ເມສາ 2022 ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດ ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະ ເທດຝຣັ່ງ ໄດ້ຈັດພິທີມອບຫຼຽນກາລະນຶກ 70 ປີຂອງແນວລາວສ້າງຊາດ ແລະ ໃບຍ້ອງຍໍ ໃຫ້ແກ່ຄົນເຊື້ອຊາດລາວຢູ່ຕ່າງປະ ເທດຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກ ງານແນວລາວສ້າງຊາດໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາ ສປປ ລາວ ໃນໄລ ຍະຜ່ານມາ, ສະເພາະວົງຄະນາຍາດພີ່ນ້ອງເຊື້ອຊາດລາວທົ່ວປະເທດຝຮັ່ງທີ່ໄດ້ຮັບການຫຼຽນລະນຶກ 70 ປີມີ: ສະເພາະອົງ ການຈັດຕັ້ງມີ 7 ຫຼຽນ, ວັດ 13 ຫຼຽນ, ພຣະສົງ 14 ຫຼຽນ, ສະ ເພາະບຸກຄົນແມ່ນມີ 130 ຫຼຽນ ແລະ ນອກຈາກນັ້ນແມ່ນຍັງໄດ້ຮັບການຍ້ອງຍໍ 250 ບຸກຄົນ.
ໃນພິທີ່ດັ່ງກ່າວທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍບັນ ດາທ່ານທີ່ມີນໍ້າໃຈເສຍສະຫຼະໃນການປະກອບສ່ວນໃນວຽກງານຂອງແນວລາວສ້າງຊາດກໍຄຶການປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍຮູບແບບຂອງການຊ່ວຍເຫຼືອບໍ່ວ່າຈະເປັນທາງດ້ານວັດຖຸ, ເງີນ, ຄໍາ, ເຕັກນິກ, ອຸປະ ກອນ ແລະ ວິຊາການໃນດ້ານຕ່າງໆ… ເພື່ອປະກອບສ່ວນເຂົ້າໃນຂະແໝງການທີ່ກ່ຽວຂ້ອງ, ນອກຈາກນັ້ນທ່ານເອກອັກຄະລັດຖະທູດເພີນໄດ້ໂອ້ລົມໃຫ້ພີ່ ນ້ອງຄົນເຊື້ອຊາດລາວໃນການສ້າງສາພັດທະນາຂອງ ສປປ ລາວ ໃນປະຈຸບັນ ເປັນຕົ້ນແມ່ນອັນພົ້ນເດັ່ນກ່າວໝູ່ແມ່ນ ລົດໄຟຄວາມໄວສູງຂອງ ລາວ-ຈີນ, ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແລະ ການກະກຽມຈະສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ແລະ ໃນຂົງເຂດອື່ນໆ… ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີທີ່ບັນດາທ່ານໄດ້ປະ ກອບສ່ວນນັ້ນ, ສະຖານເອກອັກຄະລັດຖະທູດລາວປະຈໍາປະເທດຝຣັ່ງ ຂໍຕາງໜ້າໃຫ້ສູນ ກາງແນວລາວສ້າງຊາດ ມອບຫຼຽນ ແລະ ໃບຍ້ອງຍໍໃຫ້ບັນດາທ່ານຜູ້ທີ່ມີຜົນງານດີເດັ່ນ, ໃນພິທີດັ່ງກ່າວໄດ້ມີຕາງໜ້າພີ່ນ້ອງຄົນເຊື້ອຊາດລາວທີ່ເດີນມາແຕ່ເມືອງຕ່າງໆເຊັ່ນ: ລີອົງ, ແຊງໂກດ, ນັງ, ແລນ, ລູແບ້ ແລະ ອ້ອມຂ້າງເມືອງປາຣີ ເປັນຈໍານວນຫຼວງຫຼາຍ.
ພາຍຫຼັງມອບຫຼຽນ ແລະ ໃບຍ້ອງຍໍແລ້ວໃຫ້ພີ່ນ້ອງຄົນເຊື້ອຊາດລາວສໍາເລັດແລ້ວ ທ່ານເອກອັກຄະລັດຖະທູດ, ໄດ້ເຊີນບັນດາແຂກ ຮ່ວມຮັບປະທານອາຫານທ່ຽງຮ່ວມກັນ ແລະ ພົບປະໂອ້ ລົມພົບປະຢ້ຽມຢາມຖາມຂ່າວແບບເປັນກັນເອງ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...