ຕອນເຊົ້າວັນທີ 07 ມິນາ 2022, ສະຖານເອກອັກຄະລັດຖະທູດລາວປະຈໍາປະເທດຈີນ ຢູ່ນະ ຄອນຫຼວງປັກກິ່ງ ຈັດປາຖະກະ ຖາເນື່ອງໃນໂອກາດວັນແມ່ຍີງສາກົນວັນທີ 8 ມິນາ ຄົບ ຮອບ 112 ປີ, ວັນສາກົນແຫ່ງການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານສະຖານທູດໃນໂອກາດວັນການ ທູດລາວວັນທີ 12 ຕຸລາຄົບຮອບ 70 ປີ,ພາຍໄຕ້ການເປັນປະທານຂອງທ່ານນາງຄໍາເພົາ ເອີນທະວັນ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສປ ຈີນ. ມີສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນສະຖານທູດ ພ້ອມດ້ວຍຊ່ຽວຊານລາວປະຈໍາພະແນກພາ ສາລາວ ວິທະຍຸແລະໂທລະພາບສູນກາງຈີນເຂົ້າຮ່ວມ.
ໃນພິທີ,ທ່ານນາງຄໍາເພົາ ເອີນທະວັນ ໄດ້ປາຖະກະຖາຍົກໃຫ້ເຫັນມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນວັນທີ 8 ມີນາ ເຊິ່ງໄດ້ກໍາເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາແລະນາຍທຶນຂະຫຍາຍຕົວແຮງ ມັນໄດ້ສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ກໍາມະກອນ ແລະ ຊາວຜູ້ອອກ ແຮງງານໂດຍສະເພາະແມ່ນກໍາມະກອນທີ່ເປັນເພດຍິງໃນທົ່ວໂລກ. ພາຍໃຕ້ລະບອບສັກດີນາ,ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ,ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງ ແຮງງານຖືກ,ເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງແລະເດັກນ້ອຍ,ແມ່ຍິງຖືກດູໝິ່ນປະໝາດ,ຖືກທຸບຕີທໍລະ ມານ, ຖືກຂົມຂືນທໍາສໍາເລົາແລະຖືກໄລ່ອອກຈາກວຽກໃນເວລາຖືພາ,ເວລາເກີດລູກ ຫຼື ເວລາເຈັບ ເປັນບໍ່ໄດ້ຮັບການປິ່ນ ປົວ. ຕໍ່ຫນ້າສະພາບການດັ່ງກ່າວ, ວັນທີ 8 ມິນາປີ 1908 ກໍາມະກອນເພດຍິງຫຼາຍກວ່າ10.000 ຄົນ ໄດ້ເດີນຂະບວນປະທ້ວງຢູ່ນະຄອນນິວຢອກຂອງ ສ.ອາເມລິກາ ເພື່ອທວງໃຫ້ພວກນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດ ຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດອອກສຽງໃນການເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ. ປີ1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທະວິບເອີລົບ. ຍ້ອນແນວນັ້ນ,ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດຈຶ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງປະ ເທດດານມາກ, ກອງປະຊຸມດັ່ງກ່າວໄດ້ຕົກລົງຮັບຮອງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນ ການແມ່ຍິງສາ ກົນໃນການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ທວງໃຫ້ມີສິດສະເໝີພາບ ແລະປະຊາທິ ປະໄຕຄືກັນກັບຜູ້ຊາຍ. ໃນໂອກາດນີ້, ທ່ານນາງຄໍາເພົາ ເອີນທະວັນ ຍັງໄດ້ຍົກໃຫ້ເຫັນບັນດາອົງການຈັດຕັ້ງສາກົນ.
ສົນທິສັນຍາ ແລະ ຖະແຫຼງການຕ່າງໆ ກ່ຽວກັບແມ່ຍິງຢູ່ໃນໂລກ ແລະ ລະດັບອາຊຽນ. ນະໂຍບາຍ ແລະ ບັນດາກົນໄກ ເພື່ອຄວາມກ້າວໜ້າຂອງແມ່ຍິງຢູ່ໃນ ສປປ ລາວ. ວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວ ພ້ອມທັງຄວາມໝາຍຄວາມສໍາຄັນຂອງວັນສາກົນແຫ່ງການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕື່ມອີກ.
ຕອນທ້າຍພິທີຍັງໄດ້ມອບໃບຍ້ອງຍໍ ປະເພດ1 ໃຫ້ພະນັກງານສະຖານທູດລາວປະຈໍາປະເທດຈີນ ຈຳນວນ 15 ທ່ານ ທີ່ມີຜົນງານດີເດັ່ນໃນໂອກາດວັນການທູດລາວວັນທີ 12 ຕຸລາຄົບຮອບ 70 ປີ ແລະ ຈັດກິດຈະກໍາແຂ່ງຂັນກິລາເປຕັງ ເພື່ອສ້າງບັນຍາກາດສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມິນາຄົບຮອບ 112 ປີອີກດ້ວຍ.
ຂ່າວ;ພາບ: ປອງໄຕ ຈະເລີນສຸກ
Loading...