ສະຖານທູດລາວ ທີ່ ວໍຊິງຕັນ ດີຊີ ຈັດງານສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 46 ປີ
ໃນຕອນເຊົ້າຂອງວັນທີ 1 ທັນວາ 2021, ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສ. ອາເມລິກາ ແລະ ການາດາ ໄດ້ຈັດຕັ້ງພິທີປາຖະກະຖາ ແລະ ເລົ່າມູນເຊື້ອເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ພາຍໃຕ້ການເປັນປະທານຂອງທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ.ອາເມລິກາ ແລະ ການາດາ. ເອກະສານທີ່ນໍາມາເຜີຍແຜ່ ແລະ ເຊື່ອມຊຶມຄັ້ງນີ້ ປະກອບມີ 5 ເອກະສານຄື: 1). ມູນເຊື້ອວັນຊາດ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 101 ປີ; 2). ຜົນສໍາເລັດການກໍ່ສ້າງທາງລົດໄຟລາວ-ຈີນ; 3). ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19; 4). ຜົນສໍາເລັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13; ແລະ 5). ຜົນກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຈີນ ຄົບຮອບ 30 ປີ ໃນຮູບແບບທາງໄກ(ສະເພາະພະນັກງານສະຖານທູດ) ໂດຍມີພະນັກງານສະຖານທູດ ແລະ ຄະນະນັກສຶກສາລາວ ຢູ່ ປະເທດການາດາ ຮ່ວມຮັບຟັງທາງໄກ (Zoom) ຢ່າງພ້ອມພຽງທັງໝົດ 24 ຄົນ. ພ້ອມນີ້, ສະຖານທູດຍັງໄດ້ຈັດກິດຈະກໍາກິລາ ເພື່ອເປັນການສະເຫຼີມ ສະຫຼອງວັນສໍາຄັນດັ່ງກ່າວຂອງຊາດ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານພາຍໃນສະຖານທູດ.
ໃນຕອນແລງ ວັນທີ 4 ທັນວາ 2021, ສະຖານທູດ ຍັງໄດ້ຈັດງານສະເຫຼີມສະຫຼອງຢ່າງເປັນທາງການ ແບບວົງແຄບ ໂດຍໄດ້ເຊີນພີ່ນ້ອງເຊື້ອຊາດລາວ ຜູ້ທີ່ມີບົດບາດໃນຊຸມຊົນຄົນລາວຈາກລັດອ້ອມຂ້າງ ວໍຊິງຕັນ, ດີຊີ ຄື: ລັດເວີຈີເນຍ, ມາຣີແລນ, ເດລະແວ, ເພນຊິນເວເນຍ, ເທັນເນັດຊີ, ນອດຄາໂຣໄລນາ ແລະ ອາລັດສະກາ ເຂົ້າຮ່ວມງານທັງໝົດປະມານ 100 ຄົນ. ໂອກາດນີ້, ທ່ານທູດ ຄໍາພັນ ອັ່ນລາວັນ ໄດ້ມີຄໍາເຫັນ ກ່າວຕ້ອນຮັບພີ່ນ້ອງເຊື້ອຊາດລາວ ທີ່ໄດ້ມາຮ່ວມງານ ແລະ ໄດ້ຍົກໃຫ້ເຫັນ: 1). ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນຂອງວັນຊາດ ທີ 2 ທັນວາ; 2). ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການລຶບລ້າງຄວາມທຸກຍາກຂອງປະຊາຊົນໃນປະຈຸບັນ; 3). ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ແລະ ແຜນການພັດທະນາປະເທດ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026; 4). ຜົນສໍາເລັດໃນການສ້າງສາພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະລະບົບຄົມມະນາຄົມຂົນສົ່ງ, ພິເສດ ແມ່ນການເປີດນໍາໃຊ້ຂະບວນລົດໄຟຄວາມໄວສູງ ລາວ-ຈີນຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຜ່ານມາ, ການເປີດເສັ້ນທາງດ່ວນ ໄລຍະທີ 1 ວຽງຈັນ-ວັງວຽງ ໃນປີ 2020 ແລະ ອື່ນໆ. ນອກນີ້, ຍັງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງສະຖານທູດ ແລະ ລັດຖະບານ ໃນການເຄື່ອນໄຫວຍາດແຍ່ງວັກແຊັງປ້ອງກັນພະຍາດໂຄວິດ-19 ທັງຈາກພາກລັດ ແລະ ເອກະຊົນ ຢູ່ ສ.ອາເມລິກາ ເພື່ອສັກໃຫ້ແກ່ປະຊາຊົນລາວ ໃຫ້ໄດ້ຢ່າງທົ່ວເຖິງ ແນໃສ່ແກ້ໄຂການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ທີ່ມີຈໍານວນເພີ່ມຂຶ້ນໃນໄລຍະຜ່ານມາ. ນອກຈາກນີ້, ສະຖານທູດຍັງໄດ້ຖືໂອກາດນີ້ ມອບຫຼຽນກາລະນຶກ 70 ປີ ຂອງການສ້າງຕັ້ງສູນກາງແນວລາວສ້າງຊາດ ແລະ ໃບຍ້ອງຍໍຂອງສະຖານທູດ ໃຫ້ແກ່ພີ່ນ້ອງເຊື້ອຊາດລາວ ທີ່ໄດ້ມີຄຸນງາມຄວາມດີ ໃນການປະກອບສ່ວນວັດຖຸ, ປັດໄຈ, ແລະ ສະຕິປັນຍາຊ່ວຍໃນການສ້າງສາພັດທະນາປະເທດຊາດ ກໍຄືຊ່ວຍເຫຼືອສະຖານທູດໃນໄລຍະຜ່ານມາ.
ການຈັດງານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຂອງສະຖານທູດລາວ ທີ່ ວໍຊິງຕັນ ດີຊີ ຄັ້ງນີ້ ໄດ້ດໍາເນີນໄປດ້ວຍ ບັນຍາກາດອັນເບີກບານມ່ວນຊື່ນ, ເປັນການສືບຕໍ່ຄວາມໃກ້ຊິດຮັກແພງ ລະຫວ່າງສະຖານທູດ ແລະ ພີ່ນ້ອງເຊື້ອຊາດລາວ ທ່າມ ກາງຂໍ້ຈໍາກັດດ້ານພະຍາດໂຄວິດ-19. ຕອນທ້າຍ, ທ່ານທູດຍັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຕົວແທນພີ່ນ້ອງເຊື້ອຊາດລາວທີ່ໄດ້ມີຄໍາເຫັນຢ່າງອົບອຸ່ນ ແລະ ສ້າງສັນ ຕໍ່ການນໍາພັກ-ລັດຖະບານ ກໍຄືປະຊາຊົນລາວທີ່ຍາດແຍ່ງໄດ້ຜົນງານອັນໂດດເດັ່ນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ, ອັນໄດ້ເຮັດໃຫ້ພາບພົດຂອງ ສປປ ລາວ ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ແລະ ມີຄວາມເຊື່ອໝັ້ນ ຕໍ່ບາດກ້າວເດີນສູ່ຄວາມຈະເລີນສີວິໄລຍິ່ງຂຶ້ນ ຂອງ ສປປ ລາວ.