ສະຖານທູດເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປຈີນ ຈັດບາສີສູ່ຂັວນປີໃຫມ່ລາວ ພສ 2565
ຕອນເຊົ້າວັນທີ 13 ເມສາ 2022, ສະຖານທູດເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປຈີນ ຈັດບາສີສູ່ຂັວນປີໃຫມ່ລາວ ພສ 2565 ເພື່ອເປັນການບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ພ້ອມທັງສ້າງຄວາມສາມັກຄີຮັກແພງພາຍໃນ ແລະອວຍພອນປີໃໝ່ລາວເຊິ່ງກັນແລະກັນ. ມີທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍພະນັກງານພາຍໃນສະຖານທູດເຂົ້າຮ່ວມ.




