ວັນທີ 9 ກັນຍາ 2021 ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ມອບເງິນຊ່ວຍເຫຼືອ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ ຈຳນວນ 538.000 ບາດ ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ຮັບ.
ການຊ່ວຍເຫລືອຄັ້ງນີ້ ເພື່ອສົ່ງໄປຊ່ວຍເຫຼືອແຂວງຕ່າງໆ ຂອງ ສປປ ລາວ ທີ່ກໍາລັງຮັບເອົາແຮງງານລາວ ທີ່ເດີນທາງກັບຄືນປະເທດຈຳນວນຫລວງຫຼາຍ ເຊິ່ງເຈົ້າໜ້າທີ່ດ້ານຕ່າງໆມີຄວາມສ່ຽງ ເພື່ອຕ້ອນຮັບແຮງງານເຫົ່ລານີ້ ໂດຍສະເພາະການກວດຫາເຊື້ອພະຍາດໂຄວິດ19, ການບໍລິການດ້ານອາຫານ ແລະ ສະຫວັດດີການຂອງແຮງງານ. ພ້ອມທັງເພີ່ມຄວາມສາມາດໃຫ້ໂຄງການໃຫ້ຄຳປຶກສາທາງໂທລະສັບສາຍດ່ວນ 1554 ເຊິ່ງເປັນໂຄງການຈັດຕັ້ງຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອໃຫ້ການຊ່ວຍເຫລືອ ດ້ານສຸຂະພາບກາຍ ແລະ ສຸຂະພາບຈິດ ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19.
ການຊ່ວຍເຫຼືອໃນຄັ້ງນີ້, ເປັນການດຳເນີນການຮ່ວມກັນລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ເພື່ອຕ້ານ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ. ຜ່ານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.
ນອກຈາກນີ້ ວັນທີ 24 ສິງຫາ ຜ່ານມານີ້ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ກໍໄດ້ມອບເງິນຈຳນວນ 200.000 ບາດ ໃຫ້ທ່ານ ອາລຸນໄຊ ສູນນະລາດ ໃນໂອກາດທີ່ທ່ານເດີນທາງໄປຊຸກຍູ້ຄະນະສະເພາະກິດ ວິຊາການດ້ານຕ່າງໆ ຢູສູນຈໍາກັດບໍລິເວນແຮງງານລາວ ທີ່ແຂວງສະຫວັນນະເຂດ.
ຂ່າວແລະພາບ: ຈາກສະຖານທູດໄທປະຈໍາ ສປປ ລາວ