ໂດຍໄດ້ຮັບການມອບສິດຈາກລັດຖະບານ, ກໍຄືຄະນະພົວພັນຕ່າງປະເທດສູນກາງພັກ ປະຊາ ຊົນ ປະຕິວັດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ການນຳ- ພະນັກງານຂອງສະຖາບັນການເມືອງໂຮ່ຈີມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສືເຖິດ ຂຶ້ນໃນຕອນບ່າຍຂອງວັນທີ 17 ມັງກອນ 2022 ທີ່ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຝ່າຍລາວນຳໂດຍ ສະຫາຍ ຈັນ ທະພອນ ຄຳມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານສະ ຖານທູດ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມ, ຝ່າຍຫວຽດນາມ ນຳໂດຍສະຫາຍ ຮສຈ. ປອ. ຮວ່າງ ຟຸກ ເລິມ, ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ພ້ອມດ້ວຍຄະນະອຳນວຍ ການສະຖາບັນການເມືອງ ໂຮ່ຈິມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ, ຕາງໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ, ພະນັກງານ, ຄູອາຈານ, ນັກສຶກສາ-ນັກຄົ້ນຄວ້າລາວ ແລະ ຜູ້ໄດ້ຮັບການຍ້ອງຍໍຈາກສະຖາ ບັນການເມືອງໂຮ່ຈີມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ເຂົ້າຮ່ວມຢ່າງພ້ອມພຽງ.
ການປະດັບຫຼຽນໄຊແຮງງານໃນຄັ້ງນີ້ ລວມມີ: ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບຸກຄົນ ຈຳນວນ 3 ສະຫາຍ ຄື:
1) ສະຫາຍ ເລ ວັນ ເລິ້ຍ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ;
2) ສະຫາຍ ຟາມ ຈີ ແທັງ, ຮັກສາການອຳນວຍການ, ຫົວໜ້າຄະນະບັນນາທິການໃຫຍ່ໂຮງພິມການເມືອງແຫ່ງຊາດສື້ເຖິດ ແລະ
3) ສະຫາຍ ເຈິ່ນ ມິງ ເຈື່ອງ, ຫົວໜ້າອະນຸສະຖາບັນໂຮ່ຈີມິນ, ສະຖານບັນການແຫ່ງຊາດໂຮ່ຈີມິນ ແລະ ຊັ້ນ III ໃຫ້ແກ່ບຸກຄົນ ຈຳນວນ 10 ສະຫາຍ ໃນນີ້ຈາກສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ມີ:
1) ສະຫາຍ ຮວ່າງ ວັນ ເຫງັຍ, ຫົວໜ້າກົມຮ່ວມມື;
2) ສະຫາຍ ຮວ່າງ ແອັງ ຮວ່າງ, ຫົວໜ້າກົມແຜນການ-ການເງິນ;
3) ສະຫາຍ ນາງ ຫງວຽນ ທິ ຮົ່ງ ເວິນ, ຮອງຫົວໜ້າຮ່ວມມືສາກົນ;
4) ສະຫາຍ ຟ້າມ ຫງັອກ ແອັງ, ອະດີດຫົວໜ້າອະນຸສະຖາບັນໂຮ່ຈີມິນ ແລະ ບັນດາຜູ້ນໍາຂອງພັກ;
5) ສະຫາຍ ນາງ ເລ ທິ ຊອງ ລາມ, ຫົວໜ້າພະແນກການເງິນ-ການບັນຊີ;
6) ສະຫາຍ ໂງ່ ຊວັນ ລົກ, ຮອງຫົວໜ້າພະແນກການເງິນ-ການບັນຊີ;
7) ສະຫາຍ ຟ້າມ ວັນ ແຄັງ, ວິຊາການກົມຮ່ວມມືສາກົນ ແລະ
ສະຫາຍ ກາວ ວັນ ຕັງ, ວິຊາການກົມຮ່ວມມືສາກົນ.

ສ່ວນພະນັກງານສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ໄດ້ຮັບການປະດັບຫລຽນໄຊແຮງງານ ຊັ້ນ III ປະກອບມີ: ສະຫາຍ ນາງ ກຸ ທິ ຖຸຍ ລ່ານ, ຫົວໜ້າຄະນະປື້ມສາກົນ ແລະ ສະຫາຍ ນາງ ບຸ່ຍ ທິ ແອັງ ຮົ່ງ, ຮອງຫົວໜ້າຄະນະປື້ມແບບຮຽນ.
ໃນພິທີດັ່ງກ່າວ, ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາ ຊົນຫວຽດນາມ ອ້າຍນ້ອງທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອລໍ້າຄ່າ ແລະ ທັນການໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເວົ້າລວມ, ເວົ້າສະເພາະ ຕໍ່ການນຳ-ພະນັກງານຂອງສະ ຖາບັນການເມືອງໂຮ່ຈີມິນ ແລະ ສຳ ນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ທີ່ໄດ້ທຸ້ມເທເຫຼື່ອແຮງ ແລະ ສະຕິປັນຍາຂອງຕົນປະ ກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສະຖາບັນການເມືອງ-ການປົກ ຄອງແຫ່ງຊາດ ແຫ່ງ ສປປ ລາວ ກັບ ສະຖາບັນການເມືອງແຫ່ງ ຊາດໂຮ່ຈີມິນ ແຫ່ງ ສສ ຫວຽດ ນາມ ໂດຍສະເພາະໃນວຽກງານການບຳລຸງ-ກໍ່ສ້າງພະນັກງານຂັ້ນນຳພາ-ຄຸ້ມຄອງ ຂອງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການຈັດຕັ້ງປະຕິບັດໂຄງການ “ແປປື້ມນິພົນຄົບຊຸດ ໂຮ່ຈີມິນ ຈາກພາສາຫວຽດນາມ ມາເປັນພາສາລາວ” ໃນໄລຍະ 2010-2020. ຜົນງານດັ່ງກ່າວ, ເປັນການປະກອບສ່ວນລວມເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ຈືດຈາງລົງ ແຕ່ນັບມື້ນັບແຕ່ດອກອອກຜົນຍິ່ງໆຂຶ້ນ. ສະຫາຍຍັງໄດ້ກ່າວຕື່ມວ່າ: ເຖິງສະພາບການຂອງພາກພື້ນ ແລະ ໃນໂລກ ຈະຜັນແປໄປຢ່າງໄວວາ, ສັບສົນ ໂດຍສະເພາະການລະ ບາດຂອງເຊື້ອພະຍາດໂຄວິດ-19 ໃນສອງປີຜ່ານມາ, ແຕ່ສາຍພົວພັນພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະໜຸຖະໜອມຜ່ານການນໍາລຸ້ນຕ່າງໆ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບເຂົ້າສູ່ລວງເລິກ-ລວງກວ້າງກວ່າເກົ່າ. ພິເສດ ປີ 2022 ເປັນທີ່ສອງປະເທດຈະມີກິດຈະກໍາຕ່າງໆຢ່າງຟົດຟື້ນ ເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9-1962-5/9/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ (18/7/1977-18/7/2022).
ໂອກາດນີ້, ສະຫາຍ ຮສຈ. ປອ. ຮວ່າງ ຟຸກ ເລິມ, ຮອງເລຂາຄະ ນະພັກ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນພິເສດຂອງພື້ນຖານແນວຄິດ-ທິດສະດີຂອງພັກຕໍ່ພາລະກິດປະຕິວັດ, ການນຳພາ ແລະ ການພັດທະນາປະເທດຂອງສອງພັກ, ສອງລັດ ລາວ ແລະ ຫວຽດນາມ; ກົມການເມືອງ, ຄະນະເລຂາທິການສູນກາງພັກຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ມອບໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງຜັນຂະຫຍາຍໂຄງການ “ແປປຶ້ມນິພົນຄົບຊຸດ ໂຮ່ຈີມິນ” ທັງໝົດ ຈຳນວນ 15 ເຫລັ້ມ ໂດຍປະກອບມີບົດຂຽນທີ່ສຳຄັນຂອງ ປະທານ ໂຮ່ຈິມິນ ຈຳນວນ 3.300 ບົດ ຊຶ່ງໄດ້ຂຽນໄວ້ໃນໄລຍະແຕ່ປີ 1912-1969 ແລະ ປຶ້ມວັດຈະນານຸກົມສາດ ໂຮ່ຈິມິນ.
ໃນໂອກາດນີ້, ການນຳສະຖານບັນການເມືອງແຫ່ງຊາດ ໂຮ່ຈິມິນ ແລະ ການນຳສະຖານທູດລາວ ຍັງໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ເຮືອນຄົວລວມຮັບໃຊ້ນັກສຶກສາຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນໃຫ້ແກ່ນັກສຶກສາຈາກ ສປປ ລາວ ຢູ່ວິທະຍາເຂດຂອງສະຖານບັນການເມືອງແຫ່ງຊາດ ໂຮ່ຈິມິນ ຕື່ມອີກ.
ຂ່າວ, ພາບ :ສະຖານທູດລາວທີ່ຮ່າໂນ້ຍ

