ຫວ່າງບໍ່ດົນມານີ້, ສະຖານີລົດໄຟວັງວຽງທາງລົດໄຟຈີນ-ລາວ ໄດ້ສຳເລັດການຕົກແຕ່ງທັງພາຍໃນແລະ ພາຍນອກຮຽບຮ້ອຍແລ້ວ ຖືໄດ້ວ່າຫຼາຍສະຖານີໄດ້ສໍາເລັດໄປຕາມຄາດໝາຍ ແລະ ຮັບປະກັນໃຫ້ແກ່ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 2 ທັນວາທີ່ຈະມາເຖິງນີ້.


ສະຖານີລົດໄຟວັງວຽງຕັ້ງຢູ່ບ້ານພູດິນແດງ, ເມືອງວັງວຽງແຂວງວຽງຈັນ ໂດຍແມ່ນກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ເປັນຜູ້ດຳເນີນການກໍ່ສ້າງ ມີເນື້ອທີ່ກໍ່ສ້າງທັງໝົດປະມານ 5.000 ຕາແມັດ, ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ ຊື່ງຄາດວ່າຈະເປີດການບໍລິການໃນເດືອນທັນວາປີນີ້.


ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ“ ໜຶ່ງແລວໜຶ່ງເສັ້ນທາງ ” ຂອງຈີນກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໂດຍໄລຍະທາງຜ່ານລາວມີຄວາມຍາວທັງໝົດ 422 ກິໂລແມັດກວ່າ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຊື່ງຈະເປີດໃຫ້ບໍລິການໃນເດືອນທັນວາປີນີ້ຕາມແຜນການ.