ບໍລິສັດລົດໄຟລາວ-ຈີນໄດ້ເປີດດຳເນີນທຸລະກຳ ຂົນສົ່ງສິນຄ້າສະຖານີໂພນໂຮງຢ່າງເປັນທາງ ການໃນວັນອັງຄານທີ 26 ເມສານີ້, ສະຖານີໂພນໂຮງເປັນອີກໜຶ່ງສະຖານີທີ່ທຳການຂົນສົ່ງສິນຄ້າທີ່ສຳຄັນໃນພາກກາງຂອງລາວ ຮອງຈາກສະຖານີວຽງຈັນໃຕ້ ແລະ ສະຖານີວັງວຽງ, ເຊິ່ງມີບົດບາດສໍາຄັນໃນການສົ່ງເສີມການສົ່ງອອກສິນຄ້າຂອງພາກກາງຂອງລາວ.
ສະຖານີໂພນໂຮງ ແມ່ນສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນ ຄ້າທີ່ສຳຄັນຂອງແຂວງວຽງຈັນ, ຕັ້ງຢູ່ທິດໃຕ້ຂອງເສັ້ນທາງລົດໄຟລາວ-ຈີນ, ມີແລວທາງຮັບສົ່ງລົດໄຟ 3 ແລວ, ເສັ້ນທາງຂົນສົ່ງສິນຄ້າ 2ເສັ້ນ,ລານຂົນສົ່ງສິນຄ້າມີເນື້ອທີ່ກວ່າ 5,000 ຕາແມັດ, ໃນໄລຍະເບື້ອງຕົ້ນຄາດວ່າຈະສົ່ງສິນຄ້າຕົ້ນຕໍເປັນທາດໂປຕາສ, ແຮ່ເຫຼັກ, ສັງກະສີ, ເຄື່ອງໃຊ້ໄຟຟ້າ ແລະ ສິນຄ້າທີ່ໃຊ້ໃນຊີວິດປະຈໍາວັນ 5,000 ທົ່ວໄປເປັນຕົ້ນ.
ປະຈຸບັນ, ທາງລົດໄຟລາວ-ຈີນ ຍັງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຢູ່ບັນດາສະຖານີພາກເໜືອຂອງລາວເຊັ່ນ: ສະຖານີນາເຕີຍ ແລະ ສະຖານີຫຼວງພະບາງ, ຫາກເຈົ້າຂອງສິນຄ້າຕ້ອງການດຳເນີນທຸລະກຳຂົນສົ່ງສິນຄ້າກໍສາມາດຕິດຕໍ່ໂດຍກົງກັບແຕ່ລະສະຖານີຂົນສົ່ງສິນຄ້າ ຫຼື ໂທສອບຖາມແຕ່ລະສະຖານີໄດ້ (ສາຍດ່ວນສະ ຖານີວຽງຈັນໃຕ້ 891259, ສະຖານີວັງວຽງ 891199, ສະຖານີນາເຕີຍ 891039, ສະຖານີຫຼວງພະບາງ 891129 , ສະຖານີໂພນໂຮງ 891229) ເພື່ອສອບຖາມກ່ຽວກັບການດຳເນີນທຸລະກຳຂົນສົ່ງສິນຄ້າລ່ວງຫນ້າ.
ນັບແຕ່ເປີດໃຫ້ບໍລິການລົດໄຟລາວ-ຈີນເປັນຕົ້ນມາ, ມາຮອດວັນທີ 25 ເມສານີ້, ລົດໄຟລາວ- ຈີນ ໄດ້ສົ່ງອອກສິນຄ້າທັງໝົດຫຼາຍກວ່າ 440.000 ກວ່າໂຕນ, ໃນນັ້ນສິນຄ້າຂ້າມແດນປະມານ 300.000 ໂຕນ, ໂດຍໄດ້ຂົນສົ່ງສິນຄ້າປະເພດຕ່າງໆເຊັ່ນ: ຢາງພາລາ, ຝຸ່ນຊີວະພາບ, ເຄື່ອງໃຊ້ໃນຊີວິດປະຈໍາວັນໄປຈົນເຖິງເຄື່ອງເອເລັກໂທຣນິກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງມືການສື່ສານ, ລົດຍົນ, ແຜ່ນແພ, ຜັກ, ດອກໄມ້ ແລະ ອື່ນໆລວມກວ່າ 100 ຊະນິດ, ອັນໄດ້ເປັນບົດບາດໃຫມ່ດ້ານການຂົນສົ່ງ ແລະ ການຊຸກຍູ້ດ້ານເສດ ຖະກິດການຄ້າລາວຈີນ ແລະ ພາກພື້ນອາຊຽນ.




