ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 29 ຕຸລາ 2021 ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຈັດພິທີພະຣາດຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 4 ປະຈໍາປີ 2021 ໃນຮູບແບບປະສົມປະສານ ທີ່ທໍານຽບສະຖານທູດໄທ ໂດຍທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ, ທ່ານນາງ ປອ. ດາວວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາ ແລະ ກິລາ ສປປ ລາວ, ຮສ. ປອ. ສິລິນທອນ ສັກລໍຄຳ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາ ແລະ ກິລາ ສປປ ລາວ, ທ່ານ ຫັດຖະກອນ ດວງດາວົງ ຮັກສາການພະແນກຮ່ວມມືໄທ-ສປປ ລາວ, ກົມອາຊີປາຊີຟີກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ສປປ. ລາວ, ຂ້າລາຊະການສະຖານເອກອັກຄະຣາຊະທູດ ແລະ ຄູໂຮງຮຽນມັດທະຍົມສົມບູນ ແຂວງອຸດົມໄຊ ເຂົ້າຮ່ວມຜ່ານລະບົບອອນລາຍ.
ພິທີດັ່ງກ່າວ ຈັດຂຶ້ນຄຽງຄູ່ກັບພິທີພະຣາດຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 4 ປະຈໍາປີ 2021 ທີ່ນະຄອນຫລວງວບາງກອກ ແລະສະຖານເອກອັກຄະຣາຊະທູດໄທ ປະຈໍາປະເທດສະມາຊິກອາຊຽນ ແລະ ຕີມໍ-ເລສເຕ ລວມ 11 ປະເທດ.
ໃນໂອກາດດັ່ງກ່າວ, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ຊົງພະກະລຸນາໂປດເກົ້າໂປດກະໝ່ອມ ສະເດັດພະຣາດຊະດຳເນີນພະຣາດຊະທານລາງວັນແບບອອນລາຍ ທີ່ວັງສະປະທຸມ ແລະ ຊົງພະຣາດຊະທານພະຣາດຊະດຳຣັດ ເນື່ອງໃນພິທີພະຣາດຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 4 ແລະ ປາຖະກະຖາພິເສດ ເນື່ອງໃນການປະຊຸມວິຊາການລະດັບພາກພື້ນ ເພື່ອຄວາມສະເໝີພາບທາງການສຶກສາ ແລະ ຄູ (Regional Conference on Teachers and Equitable Education: All for Education in Southeast Asia) ລວມທັງ, ຊົງມີພະຣາດປະຕິສັນຖານແບບອອນລາຍກັບຄູລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ທັງ 11 ປະເທດ.
ນອກຈາກນີ້, ໃນພິທີດັ່ງກ່າວ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ, ທ່ານນາງ ປອ. ດາວວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາ ແລະ ກິລາ ສປປ ລາວ ແລະ ນາງ ແສງເພັດ ຄູນປະເສີດ ຄູລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ປີ 2021 ຂອງ ສປປ ລາວ ໄດ້ເຂົ້າຮັບພະຣາດຊະທານເຂັມເຊີດຊູກຽດເບື້ອງໜ້າພະບໍຣົມສາຍາລັກສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ດ້ວຍ.
ນາງ ແສງເພັດ ຄູນປະເສີດ ເປັນຫົວໜ້າວິຊາຟິຊິກ ໂຮງຮຽນມັດທະຍົມສົມບູນ ແຂວງອຸດົມໄຊ. ຄູສອນວິຊາຟິຊິກ ແລະ ພັດທະນາຫຼັກສູດການສອນໃນລະດັບມັດທະຍົມສຶກສາຕອນປາຍ ແລະ ເຜີຍແຜ່ໃຫ້ໂຮງຮຽນອີກ 14 ແຫ່ງ ທີ່ເມືອງໄຊ, ແຂວງອຸດົມໄຊ. ລວມທັງເປັນວິທະຍາກອນລະດັບແຂວງ ໃນວິຊາວິທະຍາສາດ ແລະ ມີງານຂຽນເອກະສານທາງວິຊາການເປັນທີ່ປະຈັກ.
ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈັດຂຶ້ນເປັນປະຈຳທຸກໆ 2 ປີ ມີຈຸດປະສົງເພື່ອຍ້ອງຍໍເຊີດຊູກຽດຄູຜູ້ສ້າງການປ່ຽນແປງໃນຊີວິດລູກສິດ ແລະ ມີຄຸນປະໂຫຍດຕໍ່ການສຶກສາໃນກຸ່ມປະເທດສະມາຊິກອາຊຽນ ແລະ ຕີມໍ-ເລສເຕ ແລະ ເພື່ອເທີດພະກຽດ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ຜູ້ຊົງພະປີຊາ ແລະ ຊົງມີຄຸນງາມຄວາມດີຢ່າງຍິ່ງຕໍ່ການສຶກສາ ທັງພາຍໃນ ແລະ ຕ່າງປະເທດ.
ພາບຂ່າວຈາກ: NBT World