ຕອນຄໍ່າວັນທີ 5 ທັນວາ 2022ນີ້, ສະຖານເອກອັກຄະຣາຊະທູດໄທ ປະຈຳລາວ ຈັດງານລ້ຽງຮັບຮອງເນື່ອງໃນວັນຄ້າຍວັນພະບໍ ຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2022 ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ແທນລະດັບສູງຂອງໄທ ແລະ ລາວ, ຄະນະທູຕານຸທູດ, ຜູ້ແທນອົງການລະຫວ່າງປະເທດ ຕະຫລອດເຖິງພາກສ່ວນກ່ຽວຂ້ອງ.
ໃນໂອກາດນີ້ທ່ານນາງ ຈິຣັດສະຍາ ພີຣານົນ ອຸປະທູດໄທປະຈໍາລາວ ໄດ້ຍົກໃຫ້ເຫັນເຖິງການພົວພັນອັນໃກ້ຊິດ ແລະ ພິເສດລະຫວ່າງໄທ ແລະລາວ ໂດຍໄດ້ເອີຍເຖິງຄໍາເວົ້າທີ່ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄີຍປຽບທຽບຄວາມສຳພັນທີ່ໃກ້ຊິດລະຫວ່າງໄທ ແລະລາວ ວ່າ: “ກິນເຂົ້າຮ່ວມນາ ກິນປາຮ່ວມນ້ຳ” ເພື່ອສະທ້ອນເຖິງຄວາມສຳພັນຍາດມິດ, ຄອບຄົວ ແລະ ເພື່ອນສະໜິດມິດສະຫາຍ ທີ່ຕັດກັນບໍ່ຂາດ ແລະ ຊ່ວຍເຫຼືອເກື້ອກູນ, ສົ່ງເສີມເຊິ່ງກັນ ແລະ ກັນ.
ໃນງານຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງຈາກວິທະຍາໄລສິລະປະສຶກສາ ສປປ ລາວ ແລະ ການບັນເລງເພັງຈາກວົງດົນຕີປະສານສຽງເຍົາວະຊົນໂຮງຮຽນສິລະປະແຫ່ງຊາດ ຊຶ່ງສະຖານເອກອັກຄະຣາຊະທູດສະໜັບສະໜູນການກໍ່ຕັ້ງຮ່ວມກັນສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ຖືເປັນໜຶ່ງໃນການຮ່ວມມືຢ່າງເປັນຮູບປະທຳລະຫວ່າງໄທ ແລະ ລາວ ເພື່ອສົ່ງເສີມການພົວພັນໃນລະດັບປະຊາຊົນ-ປະຊາຊົນ. ນອກຈາກນີ້ຊຸມຊົນໄທທີ່ດໍາລົງຊີວິດຢູ່ລາວ ຍັງໄດ້ຮ່ວມຈັດຈຸດຕັ້ງຮ້ານອາຫານ, ເຄື່ອງດື່ມ ແລະຈຸດຕັ້ງຮ້ານທຸລະກິດພາກບໍລິການຂອງປະເທດໄທ ເຊັ່ນ: ອາຫານໄທ ແລະເຂົ້າໜົມໄທ, ບໍລິິການດ້ານການແພດ ແລະໂຮງໝໍຊັ້ນນຳຂອງປະເທດໄທ ແລະບໍລິການນວດແຜນບູຮານ. ໃນໂອກາດນີ້, ສະຖານເອກອັກຄະຣາຊະທູດໄທ ໄດ້ມອບຕົ້ນໄມ້ມຸງຄຸນ ແລະ ພືດສວນຄົວເປັນຂອງທີ່ລະລຶກແກ່ຜູ້ເຂົ້າຮ່ວມງານ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງໄທ ແລະລາວ ຊຶ່ງໃຫ້ຄວາມສຳຄັນແກ່ເສດຖະກິດສີຂຽວ ໂດຍເລີ່ມຈາກການປູກຕົ້ນໄມ້ ຊຶ່ງໄດ້ຮັບຄວາມຊົມເຊີຍຈາກຜູ້ເຂົ້າຮ່ວມງານເປັນຢ່າງດີ.
Loading...