ວັນທີ 07 ພຶດສະພາ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຈັດຕັ້ງການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວພະນັກງານສະຖານທູດ ຈຳນວນ 40 ສະຫາຍ.
ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະ ກອບມີ 8 ເອກະສານ ເຊັ່ນ: ແຈ້ງການແນະນຳຂອງຄະນະພັກກະຊວງການຕ່າງປະເທດກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV, ບົດລາຍງານການເມືອງຂອງອົງຄະນະພັກກະຊວງການຕ່າງປະເທດຊຸດທີ III ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ, ແຜນພັດທະນາຂອງກະຊວງການຕ່າງປະເທດ ໄລຍະ 2021-2025, ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ, ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ 21 ມີນາ ຫຼື ວັນທະຫານເສຍອົງຄະເສຍສະຫຼະຊີວິດເພື່ອປະເທດຊາດ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ ຄົບຮອບ 60 ປີ, ວັນແມ່ຍິງສາກົນ ຄົບຮອບ 111 ປີ ແລະ ເອກະສານວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 66 ປີ.
ໃນການເຜີຍແຜ່ເອກະສານຄັ້ງນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເນັ້ນໃຫ້ພະນັກງານນັກການທູດຈົ່ງພ້ອມກັນຄົ້ນຄວ້າໃຫ້ເຂົ້າໃຈ ແລະ ກຳໄດ້ບັນດາເຫດການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດວຽກງານວິຊາສະເພາະຂອງຕົນ ໂດຍສະເພາະແມ່ນແຜນພັດທະນາຂອງກະຊວງການຕ່າງປະເທດ 5 ປີ ໄລຍະແຕ່ ປີ 2021-2025 ໃຫ້ປະກົດຜົນເປັນຈິງ.
ຂ່າວ, ພາບ: ໂອລຳ ຈັນທະວິໄລ
Loading...