ໃນຕອນບ່າຍຂອງວັນທີ 10 ມີນາ 2022, ຄະນະນຳ ແລະ ພະນັກ ງານ ສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນຳໂດຍ ສະຫາຍ ຈັນທະພອນ ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າວາງພວງມະລາ ແລະ ເຊັນປື້ມໄຫວ້ອາໄລ ເຖິງດວງວິນຍານຂອງ ພັນເອກ ຟານ ຢີ໊ງ, ອະດີດຊ່ຽວຊານການທະຫານຫວຽດ ນາມ ຊ່ວຍການປະຕິວັດລາວ.
ໃນປຶ້ມໄຫວ້ອາໄລ, ໄດ້ມີເນື້ອໃນວ່າ: ສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມີຄວາມຮູ້ສຶກໂສກ ເສົ້າເສຍດາຍ ແລະ ອາໄລອາ ວອນເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວການຈາກໄປຂອງ ສະຫາຍ ພັນເອກ ຟານ ຢີ໊ງ, ອະດີດຊ່ຽວຊານການທະຫານຫວຽດ ນາມ ຊ່ວຍການປະຕິວັດລາວ. ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍສະມາຊິກພັກ, ນັກຮົບປະຕິດວັດຜູ້ທີ່ດີເດັ່ນໃນກອງທັບປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດ, ສະໜິດສະໜົມຂອງກອງທັບ ແລະ ປະຊາຊົນລາວ ຂອງພວກຂ້າພະເຈົ້າອີກດ້ວຍ.
ພ້ອມດຽວກັນນັ້ນ, ສະຫາຍພັນເອກວົງໄຊ ອິນທະຄຳ, ທີ່ປຶກສາປ້ອງກັນຊາດລາວທີ່ຮ່າໂນ້ຍພ້ອມຄະນະກໍໄດ້ນຳເອົາພວງມະລາຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເຂົ້າໄຫວ້ອາໄລເຖີ່ງດວງວິນຍານຂອງ ສະຫາຍ ພັນເອກ ຟານ ຢີ໊ງ ເຊັ່ນດຽວກັນສະຫາຍ ພັນເອກ ຟານ ຢີ໊ງ ເປັນເພື່ອນທີ່ສະໜິດສະໜົມຂອງພັກ, ລັດ, ກອງທັບ ແລະ ປະຊາຊົນລາວ, ຕະຫລອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງໃຫ້ແກ່ພາລະກິດໃນການປະຕິວັດຂອງລາວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ທັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫລອດໄລຍະຜ່ານມາ”.
(ຂ່າວ,ພາບ: ໂອລຳ ຈັນທະວິໄລ)

