ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 28 ມີນາ 2022, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຈັດຕັ້ງການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ, ພາຍ ໃຕ້ການເປັນປະທານຂອງ ສະ ຫາຍ ວົງໄຊ ອິນທະຄຳ, ຮອງເລຂາຄະນະພັກຮາກຖານ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະນຳສະຖານທູດ, ຫ້ອງການຜູ້ຕາງ ໜ້າກະຊວງປ້ອງກັນຄວາມສະ ຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວພະນັກງານສະຖານທູດ ຈຳນວນ 40 ສະຫາຍ.
ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ 6 ເອກະສານ ເຊັ່ນ: ເອກະສານ ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 67 ປີ, ເອກະສານ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະ ເທດຊາດ ຄົບຮອບ 76 ປີ , ເອກະ ສານ ລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ, ເອກະສານ ວັນແມ່ຍິງສາກົນ ຄົບ ຮອບ 112 ປີ ແລະ ເອກະສານ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເອກະສານຜົນສຳເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.
ໃນການເຜີຍແຜ່ເອກະສານຄັ້ງນີ້ ສະຫາຍ ວົງໄຊ ອິນທະຄຳ, ຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ຈັນທະພອນ ຄຳມະນີຈັນ ກຳມະການຄະນະພັກຮາກ ຖານ, ປະທານກວດກາພັກ ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານດັ່ງກ່າວ, ແຕ່ລະສະຫາຍກໍໄດ້ເນັ້ນໃຫ້ພະນັກງານນັກການທູດຈົ່ງພ້ອມກັນຄົ້ນຄວ້າໃຫ້ເຂົ້າໃຈ ແລະ ກຳໄດ້ບັນດາເຫດການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດວຽກງານວິຊາສະເພາະຂອງຕົນ.
ຂ່າວ, ພາບ: ໂອລຳ ຈັນທະວິໄລ