ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າ ວັນທີ່ 20 ມັງກອນ 2022 ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ. ລາວ ປະຈໍາ ຣາຊະອານາຈັກໄທ, ໄດ້ຈັດພິທ່ີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງ ກອນ 1949 – 20 ມັງກອນ 2022) ໂດຍມີທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ. ລາວ ປະຈໍາ ຣາຊະອາ ນາຈັກໄທ ພ້ອມດ້ວຍຄະນະໜ່ວຍພັກ-ຄະນະນໍາສະຖານທູດ ແລະ ອ້າຍເອື້ອຍນ້ອງພະນັກງານ 37 ທ່ານ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານພັນເອກ ຄໍາເກັ່ງ ຜາງພິລາວົງ, ທີ່ປຶກສາທູດປ້ອງກັນຊາດ ໄດ້ເຜີຍແຜ່ເນື້ອໃນເອກະສານກ່ຽວກັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ໂດຍຫວນຄືນເຖິງປະຫວັດ ແລະ ວິລະກໍາອັນລໍ້າເລີດ ແລະ ພິລະອາດຫານຂອງກອງທັບ ປະຊາຊົນລາວ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ໂດຍປະທານໄກສອນ ພົມວິຫານ ແລະ ຊີ້ນໍານໍາພາຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງແກ່ນກ້າຕໍ່ເນື່ອງ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຊິ່ງເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງເຂົ້າຮ່ວມພາລະກິດຕໍໍ່ສູ້ປົດປ່ອຍປະເທດຊາດ, ປະຕິບັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ໂດຍສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ, ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສະຖາ ປະນາປະເທດເປັນ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ໂດຍກຳແໜ້ນ 2 ໜ້າທີ່ຍຸດທະສາດຂອງພັກ, ກອງ ທັບໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນພິລະອາດຫານຂອງຕົນ ໂດຍໄດ້ອອກແຮງປັບປຸງກໍ່ສ້າງກຳລັງປ້ອງກັນຊາດຢ່າງຮອບດ້ານ, ກຽມພ້ອມສູ້ຮົບ, ສູ້ຮົບມີໄຊ ແລະ ເປັນກຳລັງຫຼັກແຫຼ່ງແກ່ນສານໃນການສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍ ຂອງພວກອິດທິກໍາລັງປໍລະປັກທີ່ຫວັງມ້າງເພທຳລາຍ, ເກາະຜິດດ້ວຍອາວຸດ ແລະ ທວງບຽດຍຶດເອົາປະເທດຊາດຂອງພວກເຮົາ.
ກອງທັບໄດ້ເປັນເຈົ້າການປົກປັກຮັກສາຄວາມສະຫງົບຕາມຊາຍແດນ ແລະ ຮັກສາໄດ້ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບ ແລະ ຄວາມສະ ຫງົບທາງດ້ານການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ປະກອບສ່ວນກໍາລັງແຮງອັນໃຫຍ່ຫລວງ ເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ ຢ່າງສົມກຽດ.
ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ ແລະ ມີເນື້ອໃນໜັກແໜ້ນຍິ່ງຂື້ນ, ທ່ານທູດ ແສງ ສຸຂະທິວົງ ໄດ້ໃຫ້ກຽດຂື້ນໂອ້ລົມ ໂດຍໄດ້ເນັ້ນໃຫ້ເຫັນມູນເຊື້ອອັນພິລະອາດຫານຂອງກອງທັບປະຊາຊົນລາວໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍປະເທດ ຊາດໃນເມື່ອກ່ອນ ແລະ ສືບເປັນກໍາລັງແກ່ນສານໃນໄລຍະໃໝ່ແຫ່ງການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍຜົນສໍາເລັດອັນຍິ່ງໃຫ່ຍຕະຫຼອດ 73 ປີ ຜ່ານມາ.
ທ່ານທູດ ຍັງໄດ້ເນັ້ນເຖິງສະພາບ ການຂອງໂລກ, ຂອງພາກພື້ນ ແລະ ຄວາມຂັດແຍ້ງ ລະຫວ່າງ ປະເທດມະຫາອໍານາດທາງດ້ານຍຸດທະສາດການທະຫານ ແລະ ເຕັກໂນໂລຊີທີ່ທັນສະໄໝ, ເຊີ່ງອາດຈະສົ່ງກະທົບຕໍ່ຫຼາຍປະເທດ ຮ່ວມທັງ ສປປ. ລາວ ຂອງພວກເຮົາ ແລະ ຮຽກຮ້ອງໃຫ້ສະມາຊິກພັກ ແລະ ພະນັກງານສະຖານທູດ ສືບຕໍ່ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ກອງທັບປະຊາຊົນລາວ ກໍຄືປະເທດຊາດທີ່ແສນຮັກຂອງພວກເຮົາ ໂດຍສືບຕໍ່ເຄື່່ອນໄຫວຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ອາຊຽນ ແລະ ບັນດາປະເທດເພື່ອນມິດ. ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ພິທີປະຖະກະຖາຄັ້ງນີ້ໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ເຄັ່ງຂືມ ແລະ ເຕັມໄປດ້ວຍເນື້ອໃນ, ເຊິ່ງເຮັດໃຫ້ພະນັກງານສະຖານທູດ ມີຄວາມເອກອ້າງທະນົງໃຈຕໍ່ຜົນງານອັນຍິ່ງໃຫຍ່ທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 73 ປີ ຜ່ານມາ.