ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 26 ມີນາ 2022, ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດພິທີປາຖະກະຖາເຜີຍແຜ່ບັນດາເອກະສານສຳຄັນຂອງພັກ-ລັດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022 ) ແລະ ລະນຶກເຖິງ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ ( 21/03/1946-21/03/2022 ). ເປັນກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ.
ເຂົ້າຮ່ວມພິທີຄັ້ງນີ້ມີຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ຕາງໜ້ານັກສຶກສາລາວ ຢູ່ທີ່ນະຄອນຫຼວງມົດສະກູ, ສ.ຣັດເຊຍ ຈຳນວນໜຶ່ງ ລວມທັງໝົດຈຳນວນ 26 ສະຫາຍ ຍິງ 09 ສະຫາຍ.
ໃນການກ່າວປາຖະກະຖາ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 67ປີຜ່ານມາ, ທີ່ພັກເຮົາໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ຢ່າງສະຫຼາດສ່ອງໃສ. ພັກເຮົາເວລາໃດກໍ່ຍຶດໝັ້ນລັດທິມາກ-ເລນິນເປັນ, ແນວຄິດປະທານ ໄກສອນ ພົມວິຫານ ພື້ນຖານ ແລະ ຍຶດຖືຫລັກໝັ້ນຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫລອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນການຈັດຕັ້ງທາງການເມືອງທີ່ສະຫຼາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.
ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ເຊິ່ງໄດ້ຫວນຄືນມູນເຊື້ອປະຫວັດສາດໂດຍຍົກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສະພາບການອັນໂຫດຮ້າຍປ່າເຖື່ອນ ທີ່ພວກທະຫານລ່າເມືອງຂຶ້ນແບບເກົ່າໄດ້ກະທຳຕໍ່ປະຊາຊົນລາວ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ອັນເຮັດໃຫ້ປະຊາຊົນໃນເມືອງທ່າແຂກໄດ້ລົ້ມຕາຍເສຍຊີວິດເຖິງ 3,000 ກວ່າຄົນ. ພ້ອມດຽວກັນນີ້, ສະຫາຍຮອງເລຂາໜ່ວຍພັກ ກໍ່ໄດ້ຍົກໃຫ້ເຫັນບົດບາດການນຳພາຂອງພັກໃນຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເວົ້າລວາມ, ເວົ້າສະເພາະ ແມ່ນຂະບວນການຕໍ່ສູ້ຂອງທະຫານ ແລະ ປະຊາຊົນໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແຂວງຄຳມ່ວນ ໃນການຕໍ່ສູ້ຕ້ານກອງທັບຂອງທະຫານພວກລ່າເມືອຂຶ້ນແບບເກົ່າ ໃນວັນທີ 21 ມີນາ 1946 ຊຶ່ງປະຊາຊົນລາວທັງຊາດໄດ້ຈົດຈຳ ແລະ ຖືເອົາວັນດັ່ງກ່າວນີ້ເປັນ “ວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດ.”
ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາຄັ້ງນີ້ ໄດ້ຮຽນຮູ້ປະຫວັດສາດທີ່ສຳຄັນຂອງຊາດ ແລະໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບພາລະກຳທາງປະຫວັດສາດ, ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ, ທັງເປັນການຍົກສູງຄວາມສາມາດນຳພາ, ລັກສະນະນໍາໜ້າຂອງພັກ ແລະສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫລອດໄປ.