ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ຫຼື ສກຈຮ ເອກພັດທະນາ ໄດ້ຮັບລາງວັນທຸລະກິດ ເພື່ອສັງຄົມແບບຍືນຍົງດີເດັ່ນ ປະຈໍາປີ 2021. ພິທີມອບ-ຮັບ ລາງວັນຢ່າງເປັນທາງການຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.
ທ່ານ ສົມພອນ ສີແສງລັດ, ອໍານວຍການສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 25 ກຸມພາ 2022 ວ່າ: ລາງວັນນີ້ເປັນລາງວັນທີ່ລັດຖະບານມອບໃຫ້ ເນື່ອງຈາກສາມາດປະຕິບັດໄດ້ຕາມເງື່ອນໄຂທີ່ລັດຖະບານກໍານົດ ລວມມີ: ການໃຫ້ບໍລິການດ້ານການເງິນທີ່ເປັນມິດກັບລູກຄ້າ ກໍ່ຄືຊຸມຊົນ, ສ້າງເງື່ອນໄຂສະດວກໃຫ້ກັບເຂົາເຈົ້າສາມາດຕັດສິນໃຈໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ເນື່ອງຈາກວ່າພວກເຮົາໃຫ້ບໍລິການເຖິງທີ່, ການໃຫ້ຄວາມຮູ້ທາງດ້ານການເງິນແກ່ລູກຄ້າ ແລະ ສັງຄົມ ພວກເຮົາຂ້ອນຂ້າງຈະເປີດກ້ວາງໃນການສົ່ງເສີມໃຫ້ລູກຄ້າໄດ້ພັດທະນາທັກສະກ່ຽວກັບການເງິນ ໃນນັ້ນພວກເຮົາໄດ້ເຮັດທາງ ອອນໄລ ແລະ ອັອບໄລ ເພື່ອໃຫ້ຄົນຈຳນວນຫຼາຍສາມາດເຂົ້າເຖິງແຫຼ່ງຄວາມຮູ້ທີ່ພວກເຮົາຢາກແບ່ງປັນ, ນອກຈາກນັ້ນ ພວກເຮົາຍັງໄດ້ ລົງເລິກຫາຊຸມ ຊົນ ເພື່ອລົງໃຫ້ຄວາມຮູ້ທາງດ້ານການເງິນແກ່ເຂົາເຈົ້າ ໂດຍສະເພາະແມ່ນປະຊາຊົນຢູ່ຂັ້ນບ້ານ, ພ້ອມດວຍກັນນັ້ນ ພວກເຮົາຍັງໄດ້ໃຫ້ຄວາມຮູ້ແກ່ເຍົາວະຊົນ ຜູ້ທີ່ຈະເປັນບຸກຄົນສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ ເພື່ອໃຫ້ເຂົາເຈົ້າໃຈວຽກງານກ່ຽວກັບການເງິນໄປແຕ່ຍັງນ້ອຍ, ຮູ້ຈັກວາງແຜນ ແລະ ຮູ້ຕັ້ງເປົ້າໝາຍທາງການເງິນໃນອະນາຄົດ. ເພາະພວກເຮົາເຊື່ອວ່າຖ້າເຂົ້າເຈົ້າໄດ້ຮຽນຮູ້ໄປແຕ່ຍັງນ້ອຍ ມັນຈະສາມາດສົ່ງຜົນດີໃຫ້ກັບເຂົາເຈົ້າເປັນໄລຍະຍາວ ແລະ ສາມາດສ້າງນິໄສໃຫ້ເຂົາເຈົ້າຮູ້ຄຸນຄ່າຂອງເງິນ ຈົນກາຍເປັນພົນລະເມືອງດີຂອງຊາດ. ນອກຈາກນີ້ ແມ່ນເປັນອົງກອນທີ່ເອົາໃຈໃສ່ພະນັກງານ, ກໍ່ສ້າງພະນັກງານ ເພື່ອໃຫ້ພະນັກມີຄວາມສຸກເວລາເຮັດວຽກຮ່ວມກັນ.
ທ່ານ ສົມພອນ ສີແສງລັດ ໃຫ້ຮູ້ຕື່ມວ່າ: ສໍາລັບເງື່ອນໄຂຂອງຜູ້ທີ່ສະໝັກຊິງລາງວັນລາງວັນທຸລະກິດ ເພື່ອສັງຄົມແບບຍືນຍົງດີເດັ່ນ ຕ້ອງເປັນທຸລະກິດທີ່ມີການຂຶ້ນທະບຽນ, ປະກອບແບບຟອມສະໝັກທີ່ສະພາການຄ້າໄດ້ອອກແບບໄວ້, ມີບົດລາຍງານການເງິນ 3 ປີຢ້ອນຫຼັງ, ມີບົດລາຍງານການກວດສອບພາຍນອກ 3 ປີຢ້ອນຫຼັງ, ໃບຢັ້ງ ຢືນການມອບອາກອນ, ໃບຢັ້ງຢືນວ່າອົງກອນບໍ່ກ່ຽວຂ້ອງກັບຄະດີ, ກົດລະບຽບພາຍໃນ, ປະຫວັດຄວາມເປັນມາຂອງອົງກອນໂດຍຫຍໍ້, ແລະ ສຳເນົາ Passport ຫຼື ບັດປະຈຳຕົວຂອງຜູ້ສະໝັກ. ພ້ອມນີ້ ທ່ານຍັງໃຫ້ຮູ້ກ່ຽວກັບການຊ່ວຍເຫລືອສັງຄົມຂອງ ສກຈຮ ເອກພັດທະນາ ວ່າ: ຜ່ານມາສະຖາບັນການເງິນຂອງທ່ານ ແມ່ນລົງເລິກວຽກງານໃຫ້ບໍລິການດ້ານການເງິນໃຫ້ກັບຄອບຄົວທີ່ມີຄວາມຕ້ອງການ ແລະ ມີເງື່ອນໄຂ ເຊິ່ງເຂົາເຈົ້າເປັນຊຸມຊົນທີ່ເຂົ້າເຖິງແຫຼ່ງທຶນໄດ້ຍາກ ແຕ່ພວກເຮົາໄປຊ່ວຍໃຫ້ຄວາມຮູ້ກັບເຂົາເຈົ້າ ກ່ຽວກັບການນຳໃຊ້ເງິນ ການບໍລິຫານຈັດການດ້ານການເງິນ ເພື່ອໃຫ້ເຂົາເຈົ້າຕັດສິນໃຈໃນການເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ສະດວກ ແລະ ຍັງສາມາດໃຊ້ທຶນໃຫ້ເກີດປະໂຫຍດ ເພື່ອນຳໄປສ້າງເສດຖະກິດຄອບຄົວຂອງເຂົ້າເຈົ້າ, ນອກຈາກນັ້ນແລ້ວ ສິ່ງທີ່ພວກເຮົາໄດ້ເຮັດກໍ່ຄື ການໃຫ້ຄວາມຮູ້ທາງການເງິນແກ່ນ້ອງນັກຮຽນ ປັດຈຸບັນນີ້ ມີນ້ອງນັກຮຽນເຂົ້າຮ່ວມກິດຈະກຳຂອງພວກເຮົາຫຼາຍກ່ວາ 50ພັນຄົນ ທີ່ສຳຄັນ ພວກເຮົາໄດ້ເນັ້ນເລື່ອງການປູກຈິດສຳນຶກໃຫ້ເຂົາເຈົ້າຮູ້ຈັກປະຢັດ ແລະ ຮູ້ຈັກວາງແຜນເພື່ອອະນາຄົດຂອງເຂົາເຈົ້າ.
ສໍາລັບ ສກຈຮ ເອກພັດທະນາ, ໃນໄລຍະຜ່ານມາ ໄດ້ຮັບຫລາຍລາງວັນ ເປັນຕົ້ນ: ໄດ້ເປັນສະຖາບັນການເງິນ ທີ່ມີການດໍາເນີນທຸລະກິດດີເດັ່ນໃນປີ 2015 – 2019 ທີ່ໄດ້ຮັບການຍ້ອງຍໍຈາກ ທະນາຄານ ແຫ່ງ ສປປ ລາວ, ຕິດໜຶ່ງໃນ 5 ກ່ຽວກັບການແຂ່ງຂັນໂຄງການ Finalist, Wall Street Financial Inclusion Challenge, 2015, ຜູ້ອໍານວຍການ ສກຈຮ ເອກພັດທະນາ ຄົນປັດຈຸບັນ ຖຶກຄັດເລືອກໃຫ້ເປັນບຸກຄົນ 1 ໃນ 100 ຜູ່ມີວິໃສທັດໃນການດໍາເນີນທຸລະກິດໃນປີ 2019 ຈາກການຈັດອັນດັບຂອງອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA). ນອກຈາກນີ້ ຍັງໄດ້ ຍັງໄດ້ຮັບການເຂົ້າເປັນສະມາຊິກຂອງສຳນັກງານປົກປ້ອງເງິນຝາກໃນປີ 2021 ແລະ ລ້າສຸດແມ່ນໄດ້ຮັບລາງວັນທຸລະກິດອາຊ້ຽນດີເດັ່ນນີ້ ເປັນລາງວັນພິເສດ ທຸລະກິດເພື່ອສັງຄົມແບບຍືນຍົງດີເດັ່ນປະຈຳປີ 2021.