ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ (ສກຈຮ ເອກພັດທະນາ) ໄດ້ກາຍເປັນສະຖາບັນການເງິນແຫ່ງທີ 02 ທີ່ໄດ້ຮັບການຢັ້ງຢືນ ແລະ ຖືກຮັບຮອງເຂົ້າເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກໃນປີ 2021. ເຊິ່ງການຢັ້ງຢືນດັ່ງກ່າວ, ຖືວ່າເປັນໂສມໜ້າໃໝ່ທີ່ບົ່ງບອກເຖິງຄວາມສໍາເລັດຂອງສະຖາບັນພວກເຮົາ ທີ່ຍາມໃດລູກຄ້າກໍ່ໃຫ້ຄວາມເຊື່ອໝັ້ນຕະຫຼອດ 15 ປີຜ່ານມາຂອງການດໍາເນີນທຸລະກິດ.
ພິທີດັ່ງກ່າວ, ຈັດຂຶ້ນໃນຕອນບ່າຍວັນທີ 12 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ IV ຂອງສໍານັກງານປົກປ້ອງເງິນຝາກ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນການເປັນສະມາຊິກຂອງທ່ານ ນາງ ແສງດາວວີ ວົງຄຳຊາວ, ຫົວໜ້າສໍານັກງານປົກປ້ອງເງິນຝາກ. ຕາງໜ້າ ສກຈຮ ເອກພັດທະນາ ຮັບໂດຍທ່ານ ນາງ ບຸນຕາ ບູລົມ, ຮອງຜູ້ອໍານວຍການ; ມີຜູ້ຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນ, ສະມາຄົມການເງິນ, ບັນດາຜູ້ບໍລິຫານ, ຜູ້ຈັດການ, ຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ນາງ ບຸນຕາ ບູລົມ, ຮອງຜູ້ອໍານວຍການ ສກຈຮ ເອກພັດທະນາ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບການດໍາເນີນທຸລະກິດຂອງສະຖາບັນໃນໄລຍະຜ່ານມາ. ຮອດປັດຈຸບັນ, ພວກເຮົາກ້າວເຂົ້າສູ່ປີທີ 15 ຢ່າງໝັ້ນຄົງ ແລະ ເປັນໜຶ່ງໃນບັນດາສະຖາບັນການເງິນໃນ ສປປ ລາວ ທີ່ມີການພັດທະນາຢ່າງຕໍ່ເນື່ອງທາງດ້ານປະລິມານ ແລະ ຄຸນນະພາບ. ຂະນະດຽວກັນ, ກໍ່ມີຜະລິດຕະພັນການບໍລິການທີ່ຫຼາກຫຼາຍຕອບສະໜອງແກ່ລູກຄ້າກໍ່ຄືສັງຄົມ ເປັນຕົ້ນແມ່ນ: ຜະລິດຕະພັນສິນເຊື່ອ, ການລະດົມເງິນຝາກ, ປະກັນໄພ, ປະກັນຊີວິດ, ການໃຫ້ຄວາມຮູ້ທາງດ້ານການເງິນແກ່ຊຸມຊົນ ຫຼື ໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງທີ່ມີໜ່ວຍບໍລິການພວກເຮົາຕັ້ງຢູ່.
ທ່ານກ່າວຕື່ມວ່າ: ສກຈຮ ເອກພັດທະນາ ມີໜ່ວຍບໍລິການທັງໝົດ 13 ແຫ່ງທີ່ຢູ່ໃນນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ. ເວົ້າສໍາລັບໄດ້ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກໃນຄັ້ງນີ້, ຖືວ່າເປັນບາດກ້າວສໍາຄັນທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນພວກເຮົາ.
ໂອກາດດຽວກັນ, ທ່ານ ນາງ ແສງດາວວີ ວົງຄຳຊາວ, ຫົວໜ້າສໍານັກງານປົກປ້ອງເງິນຝາກ ກໍ່ໄດ້ມີຄໍາເຫັນໂອ້ລົມບາງຕອນສໍາຄັນວ່າ: ສກຈຮ ເອກພັດທະນາ ເປັນອີກສະຖາບັນການເງິນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ກັບຫຼາຍໆສະຖາບັນໃນທົ່ວປະເທດທີ່ຖຶກຄັດເລືອກເຂົ້າເປັນສະມາຊິກສໍານັກງານປົກປ້ອງເງິນຝາກ; ເນື່ອງຈາກ ສກຈຮ ເອກພັດທະນາ ມີຜົນງານ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ, ສາມາດປະຕິບັດໄດ້ຕາມບັນດາເງື່ອນໄຂຕ່າງໆທີ່ກໍານົດໄວ້ໃນດໍາລັດຂອງ ສປງ ແລະ ປະຕິບັດຕາມລະບຽບການຕ່າງໆຂອງກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ.
ສໍາລັບຜົນປະໂຫຍດທີ່ ສກຈຮ ເອກພັດທະນາ ຈະໄດ້ຮັບພາຍຫຼັງເຂົ້າເປັນສະມາຊິກ ຂອງ ສປງ ມີຄື: ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ ໂດຍສະເພາະຜູ້ຝາກເງິນຈະມີຄວາມເຊື່ອໝັ້ນຕໍ່ສະຖາບັນການເງິນ ເຮັດໃຫ້ດຶງດູດຜູ້ຝາກເງິນໄດ້ນໍາເງິນມາຝາກຫຼາຍຂຶ້ນ. ນອກນີ້, ສະຖາບັນຈະສາມາດຂະຫຍາຍທຸລະກິດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ, ຍັງເປັນການດຶງດູດແຫຼ່ງທຶນຕ່າງໆຈາກອົງການຈັດຕັ້ງສາກົນ ເຮັດໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນ ແລະ ສະໜອງທຶນຮອນໃຫ້ແກ່ສະຖາບັນເພີ່ມຕື່ມອີກດ້ວຍ.
ຂໍ້ມູນຈາກເວັບໄຊຂອງ ສປງ ໃຫ້ຮູ້ຕື່ມວ່າ: ເວົ້າສໍາລັບສະມາຄົມການເງິນຈຸລະພາກນັ້ນ ແມ່ນໄດ້ມີ ສກຈຮ ປະຕູຄໍາ ທີ່ໄດ້ຮັບເຂົ້າເປັນສະມາຊິກເມື່ອເດືອນມັງກອນ 2021 ຜ່ານມາ ແລະ ສກຈຮ ເອກພັດທະນາ ກໍ່ເປັນສະຖາບັນການເງິນແຫ່ງທີ 02 ທີ່ໄດ້ຮັບການຢັ້ງຢືນດັ່ງກ່າວ.