ວັນທີ 10 ມິຖຸນາ 2021, ສະຖາບັນການແພດ ແລະ ການຢາພື້ນ ເມືອງ ກະຊວງສາທາລະນະສຸກ ແລະ ບໍລິສັດ ກູນຕີວາ ຈໍາກັດ ລົງນາມເຊັນບົດທຶກຄວາມເຂົ້າໃຈ ຮ່ວມກັນສ້າງອາຄານຫ້ອງທົດລອງ ຄົ້ນຄວ້າ ວິໄຈ ກ່ຽວກັບພືດເປັນຢາ ແລະ ພືດທີ່ເປັນເສດຖະກິດ, ເພື່ອໃຫ້ເປັນຫ້ອງທົດ ລອງທີ່ໄດ້ມາດຕະຖານ ສາມາດຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ ແລະ ສາກົນ ແລະ ສາມາດກໍານົດເປັນມາດຕະຖານຂອງລາວ. ພິທີການລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ ມີ ດ໋ອກເຕີ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ພອນສະຫວັນ ຟາມ ປະທານບໍລິສັດ ກູນຕິວາ ຈໍາກັດ, ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານ ກິດຕິມະສັກ ມີ ດ໋ອກ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສົມພັນ ແພງຄໍາມີ ອະດີດຮອງປະທານສະພາແຫ່ງຊາດ, ຮສ.ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາທ່ານຈາກສາຍແຜນງານປົກປ້ອງຜູ້ບໍລິໂພກຢາ ແລະ ຜະລິດຕະພັນການແພດ, ພະນັກງານນໍາພາຂອງສະຖາບັນ ແລະ ພາກສ່ວນຄູ່ສັນຍາເຂົ້າຮ່ວມ.
Loading...