ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18-19 ມີນາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ຮອງສາສະດາຈານ ດ໋ອກເຕີ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ , ສາສະດາຈານ ດ໋ອກເຕີ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາຮຸ່ງ ຈັນທະວົງ ຮັກສາການຜູ້ອໍານວຍການ ສະຖາບັນຂົງຈື (ຝ່າຍລາວ) ແລະ ທ່ານ ຫຼົວໝິງ ຜູ້ອໍານວຍການສະຖາບັນຂົງຈື (ຝ່າຍຈີນ), ເຊິ່ງມີຜູ້ເຂົ້າຮ່ວມຈາກຫ້ອງຮຽນຂົງຈື ສະຖາບັນການເມືອງການປົກຄອງແຫ່ງຊາດ, ຫ້ອງຮຽນຂົງຈື ໂຮງຮຽນ ມສ. ວຽງຈັນ, ຫ້ອງຮຽນຂົງຈື ໂຮງຮຽນ ມສ. ສາທິດ, ຫ້ອງຮຽນຂົງຈື ໂຮງຮຽນ ມສ. ຊົນເຜົ່າກິນນອນວັງວຽງ ແລະ ຫ້ອງຮຽນຂົງຈື ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ພ້ອມດ້ວຍຫົວໜ້າພະແນກ, ຮອງພະແນກ ແລະພະນັກງານຄູອາຈານ ສະຖາບັນຂົງຈື ທັງໝົດຈໍານວນ 22 ຄົນ.

ກອງປະຊຸມໄດ້ ມີມະຕິເຫັນດີເປັນເອກະພາບກັນໃນຂໍ້ກໍານົດວ່າດ້ວຍການຄຸ້ມຄອງບໍລິຫານ ແລະຂັ້ນຕອນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງຫ້ອງຮຽນຂົງຈື ເຊັ່ນ ການບໍລິຫານຄຸ້ມຄອງໂຄງການ, ການຂຶ້ນແຜນວຽກງານ, ການຂື້ນແຜນງົບປະມານ ແລະການສະຫຼຸບງົບປະມານຕ່າງໆ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບຫຼັກການ, ແທດເໝາະກັບສະພາບຕົວຈິງ ແລະມີຄວາມເປັນເອກະພາບກັນ, ນອກນັ້ນ ຫ້ອງຮຽນຂົງຈືແຕ່ລະແຫ່ງກໍໄດ້ຜ່ານສະຫຼຸບວຽກງານ ປະຈໍາປີ 2021 ທີ່ຜ່ານມາ ແລະແຜນປະຈໍາປີ 2022, ສະເໜີຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ໃນການປະຕິບັດວຽກງານ ເຊິ່ງໄດ້ປຶກສາຫາລື ແລະມີມະຕິແກ້ໄຂຮ່ວມກັນດ້ວຍຄວາມເປັນເອກະພາບ. ພ້ອມກັນນັ້ນກອງປະຊຸມໄດ້ສະເໜີໃຫ້ຫ້ອງຮຽນຂົງຈືແຕ່ລະແຫ່ງ ສ້າງແຜນພັດທະນາພະນັກງານ ສົ່ງພະນັກງານເຂົ້າຝຶກອົບຮົມພາສາຈີນ ຢູ່ສະຖາບັນຂົງຈື ແລະ ສອບເສັງທຽບລະດັບພາສາຈີນ (HSK) ເພື່ືອສ້າງເງື່ອນໄຂໃນການສະໝັກທຶນໄປສຶກສາຕໍ່ໃນລະດັບປະລິນຍາໂທ ແລະປະລິນຍາເອກ ທີ່ ສປ. ຈີນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ.

ໃນໂອກາດດັ່ງກ່າວນີ້ ສະຖາບັນຂົງຈື ກໍໄດ້ມອບອຸປະກອນເຄື່ອງໃຊ້ໄຟຟ້າ (ຕູ້ແຊ່)ໃຫ້ຫ້ອງຮຽນຂົງຈື ໂຮງຮຽນ ມສ. ຊົນເຜົ່າກິນນອນວັງວຽງ ຈໍານວນ 01 ໜ່ວຍ ໂດຍແມ່ນການຍາດແຍ່ງການຊ່ວຍເຫລືອຂອງ ຜູ້ອໍານວຍການຝ່າຍຈີນ. ໃຫ້ກຽດມອບອຸປະກອນໃນຄັ້ງນີ້ໂດຍ ຮອງສາສະດາຈານ ດ໋ອກເຕີ ອຸດົມ ພອນຄໍາເພັງ, ກອງປະຊຸມໄດ້ດໍາເນີນໄປເປັນເວລາ 02 ວັນ ແລະໄດ້ປິດລົງດ້ວຍຜົນສໍາເລັດຕາມຈຸດປະສົງ ແລະຄາດໝາຍ ໃນວັນທີ 19 ມີນາ 2022.

