ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ທັກສະການເປັນພິທີກອນທາງການ ແລະ ພິທີກອນການຕະຫຼາດ” ໃນວັນວັນທີ 3 ພຶດສະພາ 2023, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ, ມີທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ, ມີບັນດາທ່ານຫົວໜ້າກົມ. ຮອງກົມ, ຮອງສະຖາບັນ, ຮອງຫົວໜ້າ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ພ້ອມດ້ວຍ ຄະນະຮັບຜິດຊອບຝຶກອົບຮົມ ແລະ ບັນດາສຳມະນາກອນ 42 ທ່ານ ເຂົ້າຮ່ວມ.
ໃນຊຸດຝຶກອົບຮົມຄັ້ງນີ້ຈະໄດ້ຮຽນຮູ້ ທັກສະການເວົ້າໃນເວທີທາງການ, ການເປັນພິທີກອນການຕະຫຼາດ, ຝຶກສຳມະທິໃນການອ່ານ, ການເວົ້າໃນຊຸມຊົນ ແລະ ການແກ້ໄຂບັນຫາກໍລະນີຕ່າງໆທີ່ເກີດຂຶ້ນໃນຂະນະດຳເນີນພິທີກອນ ໂດຍຊຸດຝຶກອົບຮົມ ແມ່ນເນັ້ນໜັກ ພາກປະຕິບັດຕົວຈິງຫຼາຍກວ່າທິດສະດີ ເພື່ອພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງຮັບໃຊ້ວົງການທຸລະກິດຢ່າງມີຄຸນນະພາບ.
ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວບາງຕອນວ່າ “ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຍາມໃດກໍເອົາໃຈໃສ່ໃນການພັດທະນາບຸກຄະລາກອນມະນຸດ ທີ່ມີສ່ວນສຳຄັນໃນການສື່ສານທາງສັງຄົມ ໂດຍສະເພາະວຽກງານໂຄສະນາປະຊາສຳພັນ, ວຽກງານການຕະຫຼາດ ໃຫ້ຖືກຕ້ອງຕາມນິຕິກຳລະບຽບການ ແນວທາງຂອງພັກ – ລັດ ເພື່ອພັດທະນາວຽກງານຂອງທຸລະກິດ ກໍຄືການພັດທະນາສັງຄົມຂອງປະເທດຊາດ, ສະນັ້ນ ຊຸດຝຶກອົບຮົມຄັ້ງນີ້ ແມ່ນສຳຄັນຫຼາຍສຳລັບນັກສຳມະນາກອນທຸກຄົນທີ່ເຂົ້າຮ່ວມ ເພາະຈະໄດ້ຮຽນຮູ້ບົດຮຽນຈາກຜູ້ມີປະສົບການຕົວຈິງ.
May be an image of 3 people, dais and text
May be an image of 11 people and people studying
May be an image of 10 people and people studying
Loading...