ໃນຕອນເຊົ້າວັນທີ 19 ພຶດສະພານີ້ ທາງຄອບຄົວທ່ານ ສົມເພັດ ຣັຕະນະສີມ ປະທານສະພາບໍລິຫານ ສະຖາບັນ ຣັຕະນະ ບໍລິຫານ ທຸລະກິດ ພ້ອມດ້ວຍພັນລະຍາ ທ່ານ ນາງ ໂພທອງ ຣັຕະນະສີມ ໄດ້ໃຫ້ຄວາມເປັນຫວງເປັນໃຍດ້ວຍການແບ່ງປັນນໍ້າໃຈລະດົມເຄື່ອງອຸປະ ໂພກ-ບໍລິໂພກ ຊຶ່ງມີເຂົ້າສານອາຫານແຫ້ງເຊັ່ນ, ໝີ່ໄວໄວ, ປາກະປ່ອງ ແລະ ໄຂ່ ລວມມູນຄ່າ 25 ລ້ານກີບ ມອບໃຫ້ແກ່ຄູອາຈານທີ່ມີສະໂມສອນສອງແຕ່ບໍ່ມີເງິນເດືອນ ແລະ ນັກສຶກສາຫໍພັກຜູ້ຢູ່ຕ່າງແຂວງທີ່ຕົກຄ້າງຂອງສະຖາບັນດັ່ງກ່າວ ເພື່ອເປັນການບັນເທົາທຸກຊີວິດການເປັນຢູ່ປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດໃນໄລຍະຮອບສອງຂອງເຊື້ອພະຍາດອັກເສບປອດ ໂຄວິດ-19 ໃນສປປ ລາວ ກໍຄື ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມໃຫ້ບຸກຄະລາກອນຂອງສະຖາບັນມີກຳລັງໃຈສືບຕໍ່ປະຕິບັດຕາມຄຳສັ່ງເລກທີ 15/ນຍ ຂອງທ່ານນາຍົກລັດຖະມົນຕີ ແລະ ຄຳສັ່ງເພີມເຕີມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ເພື່ອຕ້ານ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວ ຢ່າງມີໄຊ ກຽມສືບຕໍ່ຈັດຕັ້ງປະຕິບັດການຮຽນການສອນສົກສຶກສານີ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ໃນໂອກາດດັ່ງກ່າວ, ທ່ານ ສົມເພັດ ຣັຕະນະສີມ ກ່າວວ່າ: ມື້ນີ້ ເປັນມື້ທີ່ສຳຄັນ ທີ່ທາງສະຖາບັນຂອງພວກເຮົາ ໄດ້ເຫັນຄວາມສຳຄັນໃນຊີວິດການເປັນຢູ່ ຂອງບັນດາຄູອາຈານ ແລະ ບັນດານັກສຶກສາຂອງພວກເຮົາຈຳນວນໜຶ່ງທີ່ພົບພໍບັນຫາໃນຊວງໄລຍະທີ່ໄດ້ຢຸດການຮຽນການສອນ ສະນັ້ນ ຜົນກະທົບດັ່ງກ່າວນີ້ ເປັນສ່ວນທາງສະຖາບັນທີ່ໄດ້ຮັບກະທົບນີ້ນຳ ແຕ່ບໍ່ສະເພາະແຕ່ລະະຖາບັນ ແລະ ຂົງເຂດທຸລະກິດທົ່ວປະເທດ ກໍໄດ້ຮັບຜົນກະທົບນຳ ນອກຈາກນັ້ນ ກໍຍັງກວມໄປຮອດທຸກປະເທດໃນທົ່ວໂລກ ແລະ ປະເທດມະຫາອຳນາດ ແລະ ໝັ້ນຄົງທາງທຸລະກິດກໍຍັງພົບບັນຫານີ້ ສຳລັບຢູ່ບ້ານເຮົາແລ້ວ ກໍເປັນສ່ວນໜຶ່ງ ແລະ ມີຜູ້ຊີວິດບໍ່ພໍເທົ່າໃດຄົນ ຖ້າສົມທຽບໃນປັດຈຸບັນ ສະເພາະປະເທດອິນເດຍ ກໍຈະເຫັນວ່າມີຜູ້ຕິດເຊື້ອນີ້ ແລະ ຊີວິດຫຼວງຫຼາຍ ອັນນີ້ ກໍເປັນບັນຫາທີ່ສຳຄັນ ສະນັ້ນ ໃນນາມຄະນະນຳສະຖາບັນຂອງພວກເຮົາກໍເປັນຫວງເປັນໃຍບັນດາພະນັກງານຄູອາຈານ ແລະ ນ້ອງນັກສຶກສາ ໂດຍສະເພາະໃນການປະຕິບັດຄັ້ງທຳອິດນີ້ ແມ່ນຍົກເວັ້ນພະນັກງານທີ່ມີເງິນເດືອນ ແຕ່ເປັນການແກ້ໄຂໃຫ້ແກ່ຄູອາຈານ ທີ່ມີສະໂມງສອນ ແຕ່ບໍ່ມີເງິນເດືອນ ຖ້າບໍ່ມີສະໂມງສອນທາງຄູອາຈານດັ່ງກ່າວ ກໍຈະບໍ່ມີລາຍຮັບ ບັນຫາເລົ່ານີ້ ສຸດທີ່ເປັນຫວງເປັນໃຍຈຶ່ງໄດ້ບິ່ແບ່ງນໍ້າໃຈສ່ວນໃດສ່ວນໜຶ່ງ ຊ່ວຍຈູນເຈື່ອງໃຫ້ແກ່ບັນດາຄູອາຈານເພື່ອໄປປະກອບສ່ວນໃນຄອບຄົວ ນອກຈາກນີ້ ກໍຍັງໄດ້ເບິ່ງແຍ່ງບັນດານັກສຶກສາພວກເຮົາຕື່ມ ໂດຍສະເພາະນັກສຶກສາທີ່ມາຈາກຕ່າງແຂວງຜູ້ທີ່ຄ້າງຢູ່ຫໍພັກເຂົາເຈົ້າບໍ່ໄດ້ກັບບ້ານ ຊຶ່ງເປັນບັນຫາຫຍຸ້ງຍາກໃນການດຳລົງຊີວິດ ແລະ ພໍ່ແມ່ຜູ້ປົກຄອງຈະສົ່ງມາໃຫ້ກໍບໍ່ສະດວກ ສະນັ້ນ ພວກເຮົາຕ້ອງເປັນສ່ວນໜຶ່ງທີ່ຈະຕ້ອງເບິ່ງແຍ່ງເຂົາເຈົ້າ ແລະ ການມອບເຄື່ອງຄັ້ງນີ້ໄດ້ຈັດແບ່ງອອກເປັນສອງສ່ວນ ກໍຄື ໃນພາກເຊົ້າ ກໍຈະແຈກຍາຍໃຫ້ແກ່ຄູອາຈານ ແລະ ພາກແລງແມ່ນຈະມອບໃຫ້ນັກສຶກສາ, ໃນນັ້ນ ກໍມີເຄື່ອງອຸປະໂພກ-ບໍລິໂພກຈຳນວນຂອງສະຫະພັນແມ່ຍິງກະຊວງ ສສກ ໄດ້ມອບໃຫ້ເມື່ອວັນທີ 16 ພຶດສະພາ ຜ່ານມາ ກໍໄດ້ເອົາມາສົມທົບນຳກັນຕື່ມອີກ.
ໃນໄລຍະນີ້ ພວກເຮົາກໍຍັງປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ ແລະ ຄຳສັ່ງເພີ່ມເຕີມຂອງກະຊວງ ສສກ ຢູ່ຈົນຮອດວັນທີ 20 ພຶດສະພາ 2021 ແຕ່ຖ້າຫາກວ່າບໍ່ມີການແຜ່ລະບາດເພີ່ມເຕີມຂອງພະຍາດຍັງປົກກະຕິຢູ່ທາງກະຊວງ ສສກ ຈະເປີດໄຟຂຽວໃຫ້ ພວກເຮົາກໍຈະສືບຕໍ່ແຕ່ຖ້າຫາກວ່າທາງສະເພາະກິດຂອງກະຊວງ ສສກ ຖ້າເຫັນວສ່າມີເງື່ອນໄຂອັນຕະລາຍຢູ່ ກໍຕ້ອງສືບຕໍ່ພັກຄືກັນ ອັນນີ້ ເປັນບັນຫາສຳຄັນເສຍໜ້ອຍດີກວ່າເສຍຫຼາຍ ສະນັ້ນ ທຸກຄົນກໍຕ້ອງໄດ້ກັກຕົວເອງ ແລະ ຄອບຄົວໃນບ້ານ ແລະ ກໍໄດ້ເຕື່ອນກັນບໍ່ໃຫ້ອອກໄປທາງໃດ ເພື່ອປ້ອງກັນພະຍາດທີ່ຈະລະບາດຕິດຕໍ່ກັນ. ແນວໃດກໍດີ, ຂໍຮຽກຮ້ອງມາຍັງທຸກທ່ານໃນໄລຍະກັກຕົວຢູ່ບ້ານຂໍໃຫ້ສືບຕໍ່ມີການແຕ່ງບົດສອນ ໂຟກັດບົດຮຽນໃຫ້ມີປະສິດທິພາບ-ປະສິດທິຜົນ ເພື່ອເປີດໄຟຂຽວສອນນັກສຶກສາຢ່າງມີຄຸນນະພາບໃນສົກສຶກສາຕໍ່ໄປ ແລະ ຈົ່ງພ້ອມກັນຮັກສາສຸຂະພາບມີຄວາມເຂັ້ມແຂງເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງມີໄຊຊະນະ.
ສຳລັບການມອບເຄື່ອງອຸປະໂພກ-ບໍລິໂພກ ຂອງສະຖາບັນດັ່ງກ່າວ ຊຶ່ງມີເຂົ້າສານອາຫານແຫ້ງເຊັ່ນ, ໝີ່ໄວໄວ, ປາກະປ່ອງ ແລະ ໄຂ່ ລວມມູນຄ່າ 25 ລ້ານກີບ ແມ່ນມອບໃຫ້ແກ່ຄູອາຈານໃນພາກເຊົ້າ ຈຳນວນ 50 ຄົນ ແລະ ນັກສຶກສາຫໍພັກ ຈຳນວນ 80 ນ້ອງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ. ບູນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນ ຣັຕະນະ ບໍລິຫານທຸລະກິດ.
Loading...