ຕອນບ່າຍວັນທີ 26 ຕຸລານີ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຮ່ວມກັບບໍລິສັດ ຕ້າລິງພັດທະນາຢາງພາລາ ລາວ-ຈີນ ຈຳກັດ ໄດ້ຈັດຝຶກອົບຮົມການປາດຢາງພາລາໃຫ້ແກ່ຊາວກະສິ ກອນ ທີ່ປູກຢາງພາລາ ຢູ່ບ້ານເມືອງງາ, ເມືອງງາ, ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ທອງອິນ ຄຳສົມປອງ ປະທານສະພາການຄ້າ ແລະ ອຸສະຫະກຳ ແຂວງອຸດົມໄຊ, ມີວິທະຍາກອນທີ່ມາ ຈາກແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ວິຊາການບໍລິສັດ, ອົງການປົກ ຄອງບ້ານ ພ້ອມດ້ວຍຊາວກະສິກອນ ບ້ານເມືອງງາ ເຂົ້າຮ່ວມ.
ການຝຶກອົບຮົມ ເພື່ອໃຫ້ຊາວກະສິກອນໄດ້ຮຽນຮູ້ກ່ຽວກັບຫຼັກການ, ວິທີການປາດຢາງພາລາທີ່ຖືກຕ້ອງ, ວິທີການໃນການບົວລະບັດຮັກສາ ຕົ້ນຢາງພາລາສາມາດໃຫ້ນ້ຳຢາງໄດ້ດີ ແລະ ຍືນນານ ເຊິ່ງເປັນບົດຮຽນ ແລະ ເຕັກນິກ ທີ່ມີຄວາມສຳຄັນ ກ່ອນຊາວກະສິກອນຈະລົງມືປາດຢາງພາລາ ພ້ອມນີ້ ກໍໄດ້ລົງມືໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອໃຫ້ຊາວກະສິກອນໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຫຼັກການ, ວິທີການປາດຢາງ ແລະ ບົວລະບັດຮັກສາ ຕົ້ນຢາງຢ່າງໃຫ້ຖືກຕ້ອງ ແນໃສ່ເກັບກູ້ຜົນຜະລິດໃຫ້ໄດ້ທັງປະລິມານ ແລະຄຸນນະພາບ, ປົກປັກຮັກສາຕົ້ນຢາງພາລາໃຫ້ມີອາຍຸຍືນນານ. ການຝຶກອົບຮົມ ຊາວກະສິກອນ ຍັງໄດ້ຝຶກຊ້ອມດ້ວຍການຕັດເອົາຕົ້ນຢາງທີ່ບໍ່ໄດ້ຄຸນນະພາບມາທົດລອງຂັ້ນຕອນການປາດ ເພື່ອໃຫ້ມີຄວາມຊຳນານງານກ່ອນລົງມືປະຕິບັດຕົວຈິງຕື່ມອີກ.
ຂ່າວ,ພາບ: ສີຈັນ ເກດວົງສາ

