ວັນທີ 19 ກຸມພາ 2022 ຢູ່ທີ່ ສະໂມສອນແຂວງຫຼວງນໍ້າທາ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະພາການຄ້າ ແລະ ອູດສາຫະກຳແຂວງຫຼວງນໍ້າທາ ປຶກສາຫາລື ກາລະໂອກາດ ແລະ ສິງທ້າທາຍໃນການພັດທະນາ ເສດຖະກິດຂອງແຂວງຜ່ານການເຊື່ຶອມຕໍ່ເສັ້ນທາງລົດໄຟ ລາວ – ຈີນ, ໂດຍການ ເປັນປະທານ ຂອງທ່ານ ຈັນທະບູນ ລັດ ຕະນະວົົງ ຫົວໜ້າຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ, ທ່ານ ບູນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອູດສາຫະກຳແຂວງຫຼວງນໍ້າທາ, ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ປະລິນຍາເອກ ສະຖາບັນດິດ ອິນສີຊຽງໃໜ່, ຮອງລັດ
ຖະມົນຕິກະຊວງແຜນການ ແລະ ການລົງທືນ, ທ່ານ ອອ່ນຈັນ ຄໍາພາວົງ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີກໍາມະການພັກແຂວງ, ຫົວໜ້າພະແນກ – ຮອງຫົວໜ້າພະແນກ, ຫົວໜ້າກົມ – ຮອງຫົວໜ້າກົມ ຕະຫຼອດຮອດພາກສວນທຸລະກິດເຂົ້າຮວ່ມ.
ທ່ານ ບູນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອູດສາຫະກຳແຂວງຫຼວງນໍ້າທາໄດ້ລາຍກ່ຽວກັບການຈັດຕັງຂອງສະພາການຄ້າ ແລະ ອູດສາຫະກຳ ແຂວງຫຼວງນໍ້າທາ ວຽກງານອຸດ
ສາຫະກຳ ແລະ ການຄ້າ ກໍ່ມີການຂະຫຍາຍຕົວດີ, ທົ່ວແຂວງມີຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນທັງໝົດ 4.471 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 52.029 ຕື້ກວ່າກີບ; ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳທັງໝົດ 298 ແຫ່ງ; ລວມຍອດມູນຄ່າຜະລິດຕະພັນອຸດສາ ຫະກໍາປຸງແຕ່ງ ບັນລຸໄດ້ 386,57 ຕື້ກີບ, ຫັດຖະກໍາ ບັນລຸໄດ້ 18,20 ຕື້ກີບ; ມູນຄ່າຈໍລະຈອນສິນຄ້າພາຍໃນ ບັນລຸໄດ້ 662,49 ຕື້ກີບ; ມູນຄ່າສິນຄ້ານໍາເຂົ້າພາຍໃນແຂວງ ບັນລຸໄດ້ 145,81 ລ້ານໂດລາ, ມູນຄ່າສິນຄ້າສົ່ງອອກບັນລຸໄດ້ 119,48 ລ້ານໂດລາ ສະຫະລັດ ແລະ ສິນຄ້າຜ່ານແດນ 121,71 ລ້ານໂດລາສະຫະລັດ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງສິນຄ້າ-ລາຄາ ໃຫ້ຢູ່ໃນສະ
ພາບປົກກະຕິ ສະພາບກະກຽມຄວາມພ້ອມໃນການພັດທະນາເສດຖະກິດຂອງແຂວງ ຜ່ານການເຊື່ອມຕໍ່ເສັ້ນທາງລົດໄຟ ນັ້ນ, ອົງການປົກຄອງແຂວງຫຼວງນໍ້າທາ ພວກເຮົາ ໄດ້ວາງຈຸດສຸມໃນການພັດທະນາເສດຖະກິດ ຄຶ: ສືບຕໍ່ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ມີຄຸນນະພາບຢ່າງມີການເລືອກເຟັ້ນ, ສົ່ງເສີມການສ້າງໂຮງງານປຸງແຕ່ງຜົນຜະລິດກະສິກຳ, ໂຮງງານປຸງແຕ່ງແຮ່ທາດຕ່າງໆ ຕາມທ່າແຮງຕົວຈິງຂອງແຂວງ ເພື່ອຄໍ້າປະກັນການຜະລິດຂອງປະຊາຊົນ ແລະ ສ້າງມູນຄ່າເພີ່ມ. ສົ່ງເສີມການບໍລິການທາງຜ່ານ, ການຂົນສົ່ງແບບໂລຈິດສະຕິກ, ສາງຄ່ຽນຖ່າຍສິນ ຄ້າ, ສູນວາງສະແດງ ແລະ ແຈກຢາຍສິນຄ້າເພື່ອຮອງຮັບໃຫ້ແກ່ໂຄງການທາງລົດໄຟລາວ–ຈີນເສັ້ນທາງດ່ວນ ບໍ່ເຕ່ນ-ຫ້ວຍຊາຍຢູ່ຈຸດນາເຕີຍ ແລະ ເທດສະບານເມືອງຫຼວງນໍ້າທາ. ສົ່ງເສີມການພັດທະນາການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວຈີນ-ອາຊຽນ ແລະ ປະເທດອື່ນໆ ເພື່ອມາຊົມກິດຈະກຳທ່ອງທ່ຽວທາງທຳມະຊາດ, ປ່າສະຫງວນແຫ່ງຊາດນໍ້າຫ້າ, ທ່ອງທ່ຽວກະເສດອິນຊີ ແລະ ທ່ອງທ່ຽວທາງວັດທະນະທຳ ໄປພ້ອມກັບການປັບປຸງໂຮງແຮມ, ເຮືອນພັກ, ຮ້ານອາຫານ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານລະດັບອາຊຽນ.
ໂອການີ້ ທີມງານຍັງໄດ້ລົງທ່ຽວຊົມໂຄງການສົ່ງເສີມປຸກຖົ່ວເຫຼືອງຂອງກຸ່ມບໍລິ ສັດເຖິງເຜີຍການຄ້າ ແລະ ສົງເສີມກະສິກຳຈໍາກັດຜູ້ດຽວ ຢູ່ບ້ານພຽງງາມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາແລະ ໄດ້ຮັບຟັງການລາຍງານ ໃນຂັ້ນຕອນຂອງການປຸກໃນສົກປີ 2021 ຫາ 2022 ມີເນື້ອທີ່ປຸກທັງໝົດ 150 ເຮັກຕາ ມີ 5 ບ້ານ, 186 ຄອບຄົວ ໃນນີ້ຄ່າສໍາປະທານໄລຍະປຸກໜາກຖົ່ວເຫຼືອງ ມຸນຄ່າ 5 ລ້ານກີບຕໍ່ 1 ເຮັກຕາ, ໜຶ່ງເຮັກຕາສາມາດເກັບກູ້ຜົນຜະລິດສະເລຍໄດ້ 12 ຫາ 14 ໂຕນ, ສວ່ນຜົນຜະລິດແມ່ນສົ່ງໄປຈໍາໜ່າຍຢູ່ ສປ ຈີນ. ພ້ອມດຽວກັນຍັງໄດ້ລົງທ່ຽວຊົມໂຮງງານ ແປຮູບຢາງ ພາ ລາ ທ່ານ ລິມູຟ່ານ ຮອງອໍານວຍການ ບໍລິສັດການລົງທຶນຢາງພາລາຢຸນນານ ຈໍາກັດ ໄດ້ລາຍງານ ທາງບໍລິສັດໄດ້ເກັບຊື້ຢາງພາລານໍາປະຊາຊົນຢູ່ພາຍໃນແຂວງ, ແລ້ວບໍລິສັດໄດ້ນໍາເອົາຢາງມາແປ່ຮູບຢາງສົ່ງເຂົ້າໄປຈໍາໜ່າຍຢູ່ ສປ ຈີນ ເຊິ່ງທາງໂຮງງານສາມາດຜະລິດໄດ້ 40 ພັນໂຕນຕໍ່ປີ.
ຂ່າວ: ມຸນຕີ






