ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Michael W. Michalak, ຮອງປະທານອາວຸໂສສະພາທຸລະກິດອາຊຽນ-ອາເມລິກາ, ຮັບຜິດ ຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍມີສຳນັກງານຕັ້ງຢູ່ປະທດສິງກະໂປ ພ້ອມດ້ວຍບັນດາຜູ້ບໍລິຫານບໍລິສັດທີ່ມີຊື່ສຽງຈາກ ສ. ອາເມລິກາ ຕັ້ງຢູ່ ສປປ ລາວ ເຊັ່ນ: ບໍລິສັດ RMA ນຳເຂົ້້າລົດ Ford, ບໍລິສັດ Coca-Cola, Visa, ບໍລິສັດທາງກົດໝາຍ, ບໍລິສັດການຢາ ແລະ ອື່ນໆ ຈາກຂະແໜງການຜະລິດສິນຄ້າ, ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ດ້ານການບໍລິການການເງິນ, ດ້ານກົດໝາຍ ແລະ ດ້ານສາທາລະນະສຸກ.
ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະດັ່ງກ່າວ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນ -ອາເມລິກາໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນຂະແໜງຕ່າງໆທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ຄະນະສະພາທຸລະກິດອາຊຽນ-ອາເມລິກາ ເພີ່ມທະວີການພົວພັນ ແລະ ຮ່ວມມືກັບອາຊຽນເວົ້າລວມ ເວົ້າສະເພາະກໍຄື ສປປ ລາວ ທີ່ຈະຮັບກຽດໜ້າທີ່ເປັນປະທານອາຊຽນໃນປີ 2024 ໂດຍສະເພາະການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານຕ່າງໆ ແນໃສ່ການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.
ໂອກາດນີ້, ທ່ານ ຮອງປະທານອາວຸໂສ Michael W. Michalak ໄດ້ກ່າວແນະນຳບັນດາຜູ້ລິຫານລະດັບສູງຂອງບໍລິສັດ ສ. ອາເມລິກາ ທີ່ເຂົ້້າມາລົງທຶນຢູ່ ສປປ ລາວ ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໂດຍເໜັ້ນໜັກການສ້າງຄວາມເຂັ້ມແຂງ ທາງດ້ານການພັດທະນາເສດຖະກິດດີຈີຕອນ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ທ່ານ ຮອງປະທານສະພາທຸລະກິດອາຊຽນ-ອາເມລິກາ ຍັງແຈ້ງໃຫ້ຊາບວ່າຄະນະສະພາທຸລະກິດອາຊຽນ- ອາເມລິກາ ຍິນດີຈະໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024, ພ້ອມທັງໄດ້ສະເໜີໃຫ້ລັດຖະບານ ສປປ ລາວ ສະໜັບສະໜູນບັນດາກິດຈະ ກຳຂອງສະພາທຸລະກິດອາຊຽນ-ອາ ເມລິກາ ໃຫ້ສາມາດປະກອບສ່ວນຫຼາຍຂື້ນ ໂດຍສະເພາະໃນເວທີປຶກສາຫາລື ແລະ ແລກປ່ຽນທາງພາກທຸລະກິດ ໂດຍຜ່ານກົນໄກຂອງເສົາຄໍ້າເສດຖະກິດອາຊຽນ. ພ້ອມນີ້, ທ່ານ ຍັງໄດ້ແຈ້ງຕື່ມວ່າ ຈະມີການເຊື້ອເຊີນບັນດາລັດະມົນຕີເສດ ຖະກິດອາຊຽນ ໄປຢ້ຽມຢາມແລກປ່ຽນກັບສະພາທຸລະກິດອາຊຽນ-ອາເມລິກາ ທີ່ ສ. ອາເມລິກາ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ເພື່ອສົ່ງເສີມຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ ແລະ ສ. ອາເມລິກາ.
ໃນຕອນທ້າຍ, ທ່ານ ຮອງປະທານສະພາທຸລະກິດອາຊຽນ-ອາເມລິກາ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈີງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໂດຍຢືນຢືນວ່າຈະສືບຕໍ່ຮັດແໜ້ນ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງສະພາທຸລະກິດອາຊຽນ ແລະ ສະພາທຸລະກິດອາຊຽນ-ອາເມລິກາ ເພື່ອປະກອບສ່ວນໃນການສ້າງປະຊາຄົມອາຊຽນ ກໍຄືການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
———————————————–