ທ່ານ ຈະຕຸລົງ ບຸນນາກ ປະທານສະພາທຸລະກິດໄທ-ລາວ, ທ່ານ ທໍານອງ ພົນທອງມາກ ນາຍົກສະມາຄົມທຸລະກິດໄທໃນ ສປປ ລາວ ຮ່ວມກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະລາວ-ໄທ ໄດ້ຮ່ວມຈັດກິດຈະກໍາ Business Visit Laos 2022 ໃນຊ່ວງວັນທີ 11-14 ສິງຫາ 2022ໂດຍມີພາກທຸລະກິດໄທເຂົ້າຮ່ວມໂຄງການທັງໝົດ 30 ພາກສ່ວນຈາກ 5 ກຸ່ມທຸລະກິດ
ກິດຈະກໍາໄດ້ເລີ່ມຂຶ້ນຈາກ ການເຂົ້າຢ້ຽມຢາມທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ເຊິ່ງໄດ້ລາຍງານໃຫ້ຮັບຊາບເຖິງ ກິດຈະກໍາ Business Visit Laos 2022 ແລະ ແຜນງານທີ່ຈະດໍາເນີນການຕໍ່ໄປຫຼັງຈາກນັ້ນ, ຄະນະໄດ້ເດີນທາງໄປກາບສັກກາລະບູຊາ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສົງແຫ່ງ ສປປ ລາວ ທີ່ ວັດສີສະເກດ ນະຄອນຫຼວງວຽງຈັນ ແລ້ວເດີນທາງໄປຮັບຟັງການບັນຍາຍສະຫຼຸບສະພາບເສດຖະກິດການຄ້າ ແລະ ການລົງທຶນຈາກ ອັກຄະລາດຊະທູດທີ່ປຶກສາຝ່າຍການຄ້າ ທີ່ ນະຄອນຫຼວງວຽງຈັນ ແລະ ຮັບຟັງຄໍາບັນຍາຍແຜນການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ຈາກທ່ານ ວັນແສງ ວັນນະວົງ ຜູ້ອໍານວຍການໃຫຍ່ບໍລິສັດ ຜະລິດ-ໄຟຟ້າລາວ (EDL-Gen)
ໃນຕອນຄໍ່າ ກໍໄດ້ມີກິດຈະກໍາ Business Matching ໂດຍທ່ານ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດລາວ ມາກ່າວ ປາຖະຄະຖາພິເສດໃຫ້ກັບຄະນະນັກທຸລະກິດລາວ ແລະ ໄທທີ່ເຂົ້າຮ່ວມກິດຈະກໍາການພົບປະກັນໃນຄັ້ງນີ້ ມີນັກທຸລະກິດຈາກລາວ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນ ນໍາໂດຍປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໄດ້ມີການໂອ້ລົມປຶກສາຫາລືການຮ່ວມທຸລະກິດເຊິ່ງກັນ ແລະ ກັນໃນວັນທີ 13 ສິງຫາ 2022 ຄະນະໄດ້ເດີນທາງໄປແຂວງ ຫຼວງພະບາງ ດ້ວຍລົດໄຟລາວ-ຈີນ ແລະ ໄດ້ຮັບຟັງການບັນຍາຍຈາກຜູ້ແທນເຂດເສດຖະກິດຫຼວງພະບາງ ຈາກນັ້ນ ໃນຕອນຄໍ່າຄະນະກໍໄດ້ພົບປະກັບນັກທຸລະກິດຈາກຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ ຈາກ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນນໍາໂດຍທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ຫຼວງພະບາງ ເປັນຜູ້ນໍາຄະນະທຸລະກິດຝ່າຍລາວ ແລະ ໄດ້ມີການຫາລືເລື່ອງທຸລະກິດກັນຢ່າງມ່ວນຊື່ນຈົນຮອດວັນທີ 14 ສິງຫາ 2022 ຄະນະກໍໄດ້ເດີນທາງກັບປະເທດໄທເປັນອັນສໍາເລັດໃນກິດຈະກໍາຄັ້ງນີ້ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວຈະໄດ້ມີພິທີລົງນາມ MOU ຮ່ວມກັບສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊ້ອນ-ຫ້ວຍຊົ້ວ ແລະ ມະຫາວິທະຍາໄລແມ່ໂຈ້ ເພື່ອສະໜັບສະໜູນ ນະວັດຕະກໍາການກະສິກໍາ ແລະ ຈະໄດ້ລົງນາມ MOU ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງກ່ຽວກັບການຮ່ວມມືກັນໃນຄັ້ງຕໍ່ໄປອີກດ້ວຍ.
Loading...