ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມການລາຍງານຂອງ ຄະນະກໍາມະການຄຸ້ມຄອງໄພພິບັດເມືອງຄູນຄໍາ ແຂວງຄໍາມ່ວນໃຫ້ຮູ້ວ່າ: ສະພາບນໍ້າຖ້ວມມາຮອດປັດຈຸບັນ ເຫັນວ່າລະດັບນໍ້າໄດ້ຫລຸດລົງ 1 ແມັດ, ເສັ້ນທາງຄຸນຄໍາ ຫາ ກອງລໍ, ແຕ່ຈຸດບ້ານ ນາກາງ ຫາ ກອງລໍ ສາມາດທຽວໄດ້ແລ້ວ ແລະ ຈຸດທີ່ບໍ່ສາມາດສັນຈອນໄດ້ແຕ່ຈຸດບ້ານພູຊາດ ຫາ ບ້ານນາກາງ, ສ່ວນສະພາບດິນຟ້າອາກາດ ຝົນຍັງສືບຕໍ່ຕົກໄປແບບເບົາບາງ. ສຳລັບ ປະຊາຊົນທີ່ເຂົ້າພັກຢູ່ສູນຮອງຮັບຜູ້ປະສົບໄພຊົ່ວ ຄາວ ປັດຈຸບັນມີ 2 ສູນຄື: ສູນບ້ານຄູນມະນີ ມີ 30 ຄອບ ຄົວ, 146 ຄົນ, ຍິງ 77 ຄົນ, ໄປຢູ່ນໍາພີ່ນ້ອງມີ ທັງຫມົດ 152 ຄອບຄົວ ແລະ ບໍ່ອອກມາ 130 ຄອບຄົວ. ສ່ວນສູນບ້ານພູຊາດ: ມີ 168 ຄອບຄົວ, 469 ຄົນ, ຍິງ 212 ຄົນ, ໄປຢູ່ນໍາພີ່ນ້ອງ 97 ຄອບຄົວ.
ໄດ້ສຸມໃສ່ແຈກຢາຍ ເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນທີ່ຢູ່ໃນສູນ ແລະ ບ້ານ ໃນແຕ່ລະຄອບຄົວໄດ້ທັງຫມົດ 600 ຄອບຄົວ . ໃນນີ້ບ້ານນາກາງ 236 ຄອບຄົວ, ບ້ານ ນາຄໍາ 82 ຄອບຄົວ, ບ້ານ ແກ້ງ ແລະ ນໍ້ານອນ 150 ຄອບຄົວ, ບ້ານຄູນມະນີ 50 ຄອບຄົວ, ບ້ານ ມ່ວງນໍ້າສາງ 82 ຄອບຄົວ. ມາຮອດປັດຈຸບັນ ການນໍາເອົາເຄື່ອງບັນເທົາທຸກໃນເບື້ອງຕົ້ນລົງແຈກຢາຍບ້ານທີ່ຖືກກະທົບຫນັກສໍາເລັດແລ້ວ 7 ບ້ານ. ນອກນັ້ນ, ຍັງມີພາກສ່ວນຂອງບຸກ ຄົນ,ນິຕິບຸກຄົນ, ບໍລິສັດ, ມູນນິທິລົງປະກອບສ່ວນຊ່ວຍ ເຫລືອເຊັ່ນ: BB ໂປໂຕ ຊອບ ຈິດອາສາ ໄດ້ນໍາເອົານໍ້າດື່ມ, ອາຫານແຫ້ງຈໍານວນຫນຶ່ງລົງແຈກຢາຍໃຫ້ປະຊາຊົນຄິດເປັນມູນຄ່າ 50 ລ້ານກີບ; ທິມງານໄຊຍະວົງ ແລະ ສູນລວມນໍ້າໃຈ ຜູ້ປະສົບໄພ ໄດ້ນໍາເອົານໍາ້ດື່ມ, ອາຫານແຫ້ງຈໍານວນ 1.500 ຊຸດ ລວມ 69 ລ້ານກີບ , ບໍລິສັດ PST ທີ່ປຶກ ສາປັນຊີພ້ອມທີມງານໄດ້ນໍາເອົານໍ້າດື່ມ, ອາຫານແຫ້ງເປັນມູນຄ່າ ຈໍານວນ 600.000 ກີບ, ຮ້ານອາຫານນີ້ເດີ້ ເອົາເຂົ້າກ່ອງລົງຊ່ວຍປະຊາຊົນມູນຄ່າ 1.500.000 ກີບ.
ພ້ອມກັນນັ້ນ, ການນໍາຂອງແຂວງ, ເມືອງ ໄດ້ລົງແຕ່ລະເຂດເພື່ອໃຫ້ການສຶກສາອົບຮົມ ແລະ ໃຫ້ກໍາລັງໃຈປະຊາ ຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດການໃນຄັ້ງນີ້. ດ້ານວຽກ ງານສາທາ ກໍໄດ້ແຕ່ງຕັ້ງທີມງານລົງເຝົ້າລະວັງ ແລະ ຮັກສາສຸຂະພາບ ໃຫ້ທີມງານກູ້ໄພເຫດການດິນເຈື່ອນ ແລະ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງນໍ້າມີຈໍານວນ 66 ຈຸດ ແລະ ໄດ້ຕິດຕັ້ງລົດຜະລິດນໍ້າສະອາດ 01 ຈຸດ ສາມາດຜະ ລິດນໍ້າໄດ້ 23.000 ລິດ ແຈກຢາຍໃຫ້ປະຊາຊົນຈໍານວນ 03 ບ້ານຄື : ບ້ານນາຂາມ , ບ້ານກາງ ແລະ ບ້ານພູຊາດ.
ທົ່ວເມືອງມີຫນອງປາທັງຫມົດ 284 ຫນອງ, ໃນ 17 ບ້ານຖືກນໍ້າຖ້ວມທັງຜໝົດ, ປາທີ່ເສຍຫາຍມີ 237.300 ໂຕ. ສໍາລັບບ້ານທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ລວມເຖິງເນື້ອທີ່ທໍາການຜະລິດກະສິກໍາ ແລະ ສັດສູນຫາຍ ມີ 14 ບ້ານຄື: ບ້ານກອງລໍ , ບ້ານນາກາງ , ບ້ານນາຄໍາ , ບ້ານອໍ້ , ບ້ານແກ້ງ , ບ້ານໂພນແຍງ , ບ້ານກູບ , ບ້ານຄູນມະນີ ( ຄຸ້ມໂພນທອງ-ໜອງຮາງ ), ບ້ານມ່ວງນໍ້າສາງ , ບ້ານນໍ້າສະນາມ , ບ້ານນາຂາມ , ບ້ານນາເມືອງ ແລະ ບ້ານນາຄາ; ມີເນື້ອທີ່ປູກຕົວຈິງ 2.508 ເຮັກຕາ , ຖືກນໍ້າຖ້ວມ 2.449 ເຮັກຕາ , ເນື້ອທີ່ສວນມັນຕົ້ນ 1.764 ເຮັກຕາ , ຖືກນໍ້າຖ້ວມ 1.261 ເຮັກຕາ, ຄວາຍ 1.093 ໂຕ, ງົວ 2.287 ໂຕ , ໝູ 417 ໂຕ, ແບ້ 58 ໂຕ, ສັດປີກ 6.332 ໂຕ .
ສ່ວນບ້ານທີ່ບໍ່ຖືກນໍ້າຖ້ວມ ( ແຕ່ຖ້ວມເນື້ອທີ່ທໍາການຜະ ລິດກະສິກໍາ ) ມີທັງໝົດ 8 ບ້ານຄື: ບ້ານຄູນຄໍາ, ບ້ານຄູນແກ້ວ, ບ້ານເງິນ, ບ້ານພູໝາກແໜ່ງ, ບ້ານພູຊາດ, ບ້ານກາງ, ບ້ານຜາຊ້າງ ແລະ ບ້ານຄູນເພັດ ມີເນື້ອທີ່ປູກຕົວຈິງ 1.605 ເຮັກຕາ, ຖືກນໍ້າຖ້ວມ 1.484 ເຮັກຕາ, ເນື້ອທີ່ສວນມັນຕົ້ນ 1.036 ເຮັກຕາ , ຖືກນໍ້າຖ້ວມ 588 ເຮັກຕາ, ຄວາຍ 478 ໂຕ, ງົວ 890 ໂຕ .
ທ່ານ ຮອ ຄຳເພັດ ເຮືອງສົມຫວັງ ຫົວຫນ້າພະແນກຕຳ ຫລວດ ປກສ ເມືອງຄູນຄຳ ໄດ້ກ່າວວ່າ : ສ່ວນເຫດການດິນເຊາະເຈື່ອນ ແມ່ນໄດ້ສືບຕໍ່ໃຫ້ກໍາລັງຂຶ້ນຄົ້ນຫາ ແລະ ຊ່ວຍເຫລືອຜູ້ທີ່ຍັງຕົກຄ້າງ ຢູ່ເຂດພູໄຮ ພ້ອມທັງເກັບກໍາຂໍ້ມູນພາຫະນະ ໃນການຄົ້ນຫາຢູ່ 4 ຈຸດ ພົບເຫັນລົດຕົກຄ້າງທັງຫມົດຈໍານວນ 110 ຄັນ, ເປັນລົດຄົນລາວ 49 ຄັນ ລົດຫວຽດນາມ 33 ຄັນ, ສ່ວນທີ່ເຫລືອ ຍັງບໍ່ສາມາດເກັບ ກໍາໄດ້ ແລະ ມອບໃຫ້ເຈົ້າຫນ້າທີ່ ປກສ ເມືອງຄູນຄໍາ ແຈ້ງ ການເຖິງເຈົ້າຂອງລົດທີ່ຕິດເທິງພູໄຮ ເພື່ອມາຕິດຕໍ່ ພົວພັນກັບເຈົ້າຫນ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ລໍຖ້າເຄື່ອນຍ້າຍອອກຈາກຈຸດດັ່ງກ່າວ. ສ່ວນຄົນທີ່ຕົກຄ້າງໄດ້ຮັບການຢັ້ງ ຢືນຈາກກໍາລັງທີ່ຂຶ້ນຄົ້ນຫາ.
ການຄົ້ນຫາຜູ້ທີ່ສູນຫາຍ ( ຄົນຫວຽດນາມ ) ຈໍານວນ 1 ຄົນ, ຊື່ທ້າວ ດ່ຽງກົງລ່ອງ, ອາຍຸ 33 ປີ ( ໂຊເຟີລົດ ) ບໍລິສັດແຮ້ງເຊີນ, ບ້ານ ດຶກທຸຍ, ເມືອງ ດຶກທໍ່, ແຂວງ ຮ່າຕິ່ງ ເຊິ່ງໄດ້ນໍາໃຊ້ກໍາລັງ 70 ຄົນ, ເດີນສໍາຫລວດຊອກຄົ້ນໃນບໍລິເວນ 1 ກິໂລແມັດ ແຕ່ບໍ່ພົບເຫັນ ຍ້ອນມີອຸປະສັກ ດິນເຊາະເຈື່ອນຖົມ ສູງປະມານ 4-5 ແມັດ, ຝົນຕົກຕະ ຫລອດວັນ, ມີຕົ້ນໄມ້ໃຫຍ່ທັບຖົມ ແລະ ກ້ອນຫີນໃຫຍ່. ປັດຈຸບັນ ໄດ້ຮັບການຊ່ວຍເຫຼືອຈາກ ພາກລັດ-ເອກະຊົນ, ບໍລິສັດ, ຫ້າງຮ້ານ ແລະ ສັງຄົມ ເປັນຕົ້ນເຄື່ອງອຸປະໂພກ- ບໍລິໂພກຄິດເປັນມູນຄ່າທັງຫມົດ 768 ລ້ານກີບ, ເງິນສົດ 119.035.000 ກີບ.
ຂ່າວ- ພາບ : ແດງສະຫວັດ