ຮອດປະຈຸບັນ ສປປລາວມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 3,540 ຄົນ (ກວດພົບໃໝ່ 114 ກໍລະນີ) :
1. ຈາກນະຄອນຫຼວງວຽງຈັນ 03 ກໍລະນີ ( ນຳເຂົ້າ )
2. ແຂວງ ຈໍາປາສັກ 43 ກໍລະນີ ( ນຳເຂົ້າ )
3. ແຂວງ ສະຫວັນນະເຂດ 65 ກໍລະນີ ( ນຳເຂົ້າ )
4. ແຂວງ ຄໍາມ່ວນ 02 ກໍລະນີ ( ນຳເຂົ້າ )
5. ແຂວງ ບໍລິຄໍາໄຊ 01 ກໍລະນີ ( ນຳເຂົ້າ )
ບໍ່ມີຕິດເຊື້ອໃນຊຸມຊົນ, ຄົນເຈັບເສຍຊີວິດ 5ກໍລະນີ ( ໃໝ່0 ), ກໍາລັງປິ່ນປົວ 1,224 ກໍລະນີ.
#ການເດີນທາງເຂົ້າມາສປປ ລາວ ຕາມຈຸດຜ່ານແດນ
ວັນທີ 18 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 1,296ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ.
#ວຽກງານການຈຳກັດບໍລິເວນ ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 48ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 6,030ຄົນ.
ວຽກງານວີເຄາະ ໃນວັນທີ18ກໍລະກົດ2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ1,199 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່114ກໍລະນີ.
• ສຳລັບນະຄອນຫຼວງວຽງຈັນ 03 ຄົນ, ຈໍາປາສັກ 43 ຄົນ, ສະຫວັນນະເຂດ 65 ຄົນ,ຄໍາມ່ວນ 02 ຄົນແລະບໍລິຄໍາໄຊ 01 ຄົນແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກີດ ເຂົ້າມາ ຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
#ຈຳນວນບ້ານເຂດແດງໃນນະຄອນຫຼວງວຽງຈັນ ບໍ່ມີບ້ານແດງ ແລະ ບ້ານເຫຼືອງ
#ປະຈຸບັນໂລກເຮົາກໍ່ຍັງພະເຊີນໜ້າກັບການລະບາດ ຂອງພະຍາດໂຄວິດ-19 ຢູ່ ຄຽງຄູ່ກັນນັ້ນ ກໍ່ມີການພົບເຫັນສາຍພັນເດວຕ້າລະບາດໃນຫຼາຍປະເທດ ໃນໂລກ ລວມທັງ ບັນດາປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວ;
#ສຳລັບປະເທດຂອງພວກເຮົາ ກໍ່ມີການກວດພົບສາຍພັນເດວຕ້າ ຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງເຂົ້າປະເທດ ໂດຍຖືກກົດໝາຍ. ມີການກວດພົບກໍລະນີໃໝ່ ໃນແຮງງານລາວ ໃນແຕ່ລະວັນ ເຊິ່ງທາງຄະນະສະເພາະກິດ ຂັ້ນສູນກາງ ໄດ້ລົງສົມທົບກັບຄະນະສະເພາະກິດຂັ້ນແຂວງ ຕິດຕາມຢ່າງໃກ້ຊິດ ສະພາບການດັ່ງກ່າວ ແລະ ມີການປະເມີນຄວາມສ່ຽງຂອງການລະບາດເປັນແຕ່ລະໄລຍະ. ຕໍ່ກັບສະພາບການດັ່ງກ່າວ, ຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ແມ່ນໄດ້ຂະຫຍາຍສູນຈຳກັດບໍລິເວນ, ສູນບໍລິການປິ່ນປົວຜູ້ຕິດເຊື້ອທີ່ມີອາການເບົາບາງເພິ່ມຂຶ້ນ, ມີການລະດົມພະນັກງານແພດໝໍ, ພະຍາບານ ພາຍໃນແຂວງ ເພື່ອຮອງຮັບການເຂົ້າມາຂອງແຮງງານລາວຈຳນວນຫຼາຍໃນແຕ່ລະວັນ;
• ກ່ອນຈະຈົບການລາຍງານມື້ນີ້ເພື່ອເປັນການຫຼີກລ້ຽງການຮັບຂໍ້ມູນຂ່າວສານທີ່ ບໍ່ຖືກຕ້ອງ ຂໍແຈ້ງໃຫ້ຊາບວ່າ ທ່ານສາມາດຕິດຕາມ ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງ:
o ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
o ນອກຈາກນີ້ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄືcovid19.gov.la ແລະ
o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກcdc.gov.la
o ເຟດບຸກຂອງສູນຂ່າວສານການແພດແລະສຸຂະສຶກສາ, ກະຊວງສາທາລະ
ນະສຸກ
o ແລະສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).
Loading...