ປະຈຸບັນເຫັນວ່າມີລາຍງານ ການຕິດເຊື້ອໃນແຮງງານ ແລະ ບຸກຄົນທີ່ເດີນທາງເຂົ້າປະເທດໃນແຕ່ລະວັນຈຳນວນຫຼາຍ ໃນວັນທີ 25 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈຳນວນ 223 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປລາວ ຮອດປະຈຸບັນ ແມ່ນ 4,985 ຄົນ, ມີຈຳນວນເສຍຊີວິດສະສົມ 5 ຄົນ, ຍັງສືບຕໍ່ປິ່ນປົວ 2,346 ຄົນ.
ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 1,344 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນເຊິ່ງ ກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 223 ຄົນຄື: ຈາກນະຄອນຫຼວງວຽງຈັນ 16 ກໍລະນີ, ແຂວງຈໍາປາສັກ 37 ກໍລະນີ, ແຂວງສະຫວັນນະເຂດ 119 ກໍລະນີ, ແຂວງສາລະວັນ 31 ກໍລະນີ, ແຂວງບໍລິຄຳໄຊ 1 ກໍລະນີ ແລະ ແຂວງຄໍາມ່ວນ 19 ກໍລະນີ.
#ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 223 ຄົນ
ນະຄອນຫຼວງວຽງຈັນ 16 ກໍລະນີ, ຈໍາປາສັກ 37 ກໍລະນີ, ສະຫວັນນະເຂດ 119 ກໍລະນີ,ສາລະວັນ 31 ກໍລະນີ, ບໍລິຄຳໄຊ 1 ກໍລະນີ ແລະ ຄໍາມ່ວນ 19 ກໍລະນີ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກີດ ເຂົ້າມາ ຖືກ ຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້. ປະຈຸບັນນີ້ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 51 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 9,180 ຄົນ.
ສະຖານທີ່ການເກັບຕົວຢ່າງເພື່ອກວດຫາເຊື້ອໂຄວີດ-19 ຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ ໂຮງໝໍແຂວງ ແລະ ຈຸດກວດເພີ້ມທີ່ຄະນະສະເພາະກິດກຳນົດ ພາຍໃນແຂວງ ນອກຈາກຈຸດກວດຄົງທີ່ ຖ້າຫາກມີການລະບາດໃນຊຸມຊົນ ທີມງານເຝົ້າລະວັງຈະມີການຄົ້ນຫາກໍລະນີຜູ້ຕິດເຊື້ອໂດຍການເຄື່ອນທີ່ໄປເກັບຕົວຢ່າງຢູ່ສະຖານທີ່ເຊິ່ງມີຜູ້ຕິດເຊື້ອໃໝ່ (ບ້ານເຂດແດງ ສຳນັກງານອົງການ,ສະຖາບັນການສຶກສາ ແລະ ອື່ນໆ ) ແລະ ບ່ອນທີ່ມີຊຸມຊົນແອອັດ ( ຕະຫຼາດສົດ,ໂຮງຈັກ ໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກຳມະກອນຈຳນວນຫຼາຍ ເປັນຕົ້ນ ).
Loading...