ໃນວັນທີ 21 ພຶດສະພາ2021, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ມີພິທີປະກາດພັກການ-ຮັບບໍານານ ແລະ ຍົກຍ້າຍພະນັກງານຫຼັກແຫຼ່ງຂອງຕົນຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງວຽງ ຈັນ, ມີສະຫາຍ ບຸນສອນ ເພັດລາວັນ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ຊຸດທີ II ພ້ອມດ້ວຍພາກສ່ວນດັ່ງກ່າວເຂົ້າຮ່ວມ.
ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນການພັກ ສະບັບເລກທີ 98/ຄລສພ, ລົງວັນທີ 6/5/2021 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ – ຮັບອຸດໜູນບໍານານ ຊຶ່ງໄດ້ຕົກລົງໃຫ້ ສະຫາຍ ບຸນເພັງ ສາຍນໍລະດີ ອະດີດຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ອອກພັກການ-ຮັບອູດໜູນບໍານານ. ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 430/ຈຂ.ວຈ, ລົງວັນທີ 12/5/2021 ວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຊຶ່ງໄດ້ຕົກລົງເຫັນດີຍົກຍ້າຍ ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ອະດີດສະມາຊິກສະພາປະຊາຊົນແຂວງວຽງຈັນ ຮອງປະທານກຳມະ ທິ ການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງວຽງຈັນ ໄປຮັບໜ້າທີ່ຢູ່ຄະນະໂຄສະນາອົບຮົມແຂວງວຽງຈັນ. ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 458/ຈຂ.ວຈ, ລົງວັນທີ 20/5/2021 ວ່າດ້ວຍການຍົກຍ້າຍພະນັກງານ ຂອງເຈົ້າແຂວງວຽງຈັນຕົກລົງໄດ້ເຫັນດີຍົກຍ້າຍ ທ່ານ ນາງ ບົວວັນ ທຳມະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ຮອງປະທານສະພາປະຊາຊົນແຂວງວຽງຈັນ ຊຸດທີ I ໄປປະຈໍາການຢູ່ສະພາແຫ່ງຊາດ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ສິດທິດຳ ໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາຂອງທັງ 3 ທ່ານ ທີ່ໄດ້ເອົາໃຈໃສ່ປະ ກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງວຽງຈັນເວົ້າລວມ, ເວົ້າສະເພາະກໍຄືວຽກງານພາຍໃນສະພາປະຊາຊົນແຂວງວຽງຈັນໃຫ້ໄດ້ມີການພັດທະນາດີຂຶ້ນເປັນກ້າວໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ອອກພັກການ-ຮັບບຳນານ ໃຫ້ສືບຕໍ່ຊ່ວຍເຫຼືອວຽກງານຂອງແຂວງ, ເມືອງ, ບ້ານທີ່ຕົນເອງສັງກັດຢູ່ ຕາມຄວາມສາ ມາດເຮັດໄດ້ ແລະ ສຳລັບຜູ້ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເຖິງວ່າຈະໄປຮັບໜ້າທີ່ຢູ່ບ່ອນໃໝ່ ກໍແມ່ນຮັບໃຊ້ໜ້າທີ່ການເມືອງຂອງພັກ. ສະນັ້ນ, ຈົ່ງຕັ້ງໃຈເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດ.
(ຂ່າວ-ພາບ: ແກ້ວອຸດົມ)

