ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄມສາມັນເທື່ອທີ 5 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ສິງຫາ 2023 ທີ່ສະໂມສອນສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື, ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາການນໍາຂັ້ນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຄັ້ງນີ້ ຈະດໍາເນີນເປັນເວລາ 3 ວັນ, ເຊິ່ງຈະໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນບັນຫາພື້ນຖານທີ່ສໍາຄັນ ຂອງແຂວງ ຄື: ບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງແຂວງ ໄລຍະກາງສະໄໝ, ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະກໍານົດທິດທາງແຜນການທ້າຍສະໄໝ, ທິດທາງແຜນວຽກ 6 ເດືອນທ້າຍປີ 2023, ບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະກາງສະໄໝ ແລະ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ, ກໍານົດທິດທາງແຜນການທ້າຍສະໄໝ ແລະ ແຜນການ 6 ເດືອນທ້າຍປີ 2023,ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂັ້ນແຂວງ ໄລຍະກາງສະໄໝ ແລະການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະ ກໍານົດທິດທາງທ້າຍສະໄໝ ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງ ອັດຕະປື, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງອົງການໄອຍະການປະຊາຊົນແຂວງ ໄລຍະກາງສະໄໝ ແລະການຈັດຕັ້ງປະຕິບັດ 6 ເດືອນຕົ້ນ ແລະ ກໍານົດທິດທາງທ້າຍສະໄໝ ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງສານປະຊາຊົນແຂວງ ໄລຍະກາງສະໄໝ ແລະ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະກໍານົດທິດທາງແຜນການທ້າຍສະໄໝ ແລະ ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະກາງສະໄໝ ແລະ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະກໍານົດທິດທາງແຜນການທ້າຍສະໄໝ ແລະ ແຜນການ 6 ເດືອນທ້າຍປີ 2023, ພິຈາລະນາ ແລະ ຮັບຮອງເອົາການສ້າງນິຕິກໍາໃຕ້ກົດໝາຍ ຈໍານວນ 1 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການປະເມີນລາຄາທີ່ດີນໃນທົ່ວແຂວງ ອັດຕະປື. ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງຕໍ່ຄໍາຊັກຖາມ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຈາກບາງພະແນກແຜນການຂອງແຂວງນໍາອີກ .
ທ່ານປະທານສະພາປະຊາຊົນແຂວງອັດຕະປື ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໃສ, ເລິກເຊິ່ງບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງ ເຮົາໃນປັດຈຸບັນ, ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະສາມາດນຳໄປຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ.
ຂ່າວ: ໄຊຈະເລີນ