ພາຍຫລັງໄດ້ຮັບເລືອກເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດຫລັງໃໝ່ ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນສະເໜີກ່ຽວກັບໂຄງປະ ກອບກົງຈັກຂອງລັດຖະບານ, ເປົ້າໝາຍແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໂດຍກົງຈັກການຈັດຕັ້ງຂອງລັດຖະບານ ຊຸດທີ IX ປະກອບມີ 17 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ.
ຜ່ານການພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງເລິກເຊີ່ງ ສະມາຊິກສະພາແຫ່ງ ຊາດ ໄດ້ພ້ອມກັນ ລົງຄະແນນສຽງເຫັນດີຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະ ບານຕາມການສະເໜີຂອງນາຍົກລັດຖະມົນຕີ ຈໍານວນ 20 ທ່ານ ດັ່ງນີ້:
1. ພົນເອກ ຈັນສະໝອນ ຈັນຍາລາດ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດ ຖະມົນຕີກະຊວງປ້ອງກັນປະເທດ
2. ທ່ານ ສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
3. ທ່ານ ກິແກ້ວ ໄຂຄໍາພິທູນ ເປັນຮອງນາຍົກລັດຖະມົນຕີ.
4. ທ່ານ ວິໄລ ຫຼ້າຄໍາຟອງ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
5. ທ່ານ ສະເຫຼີມໄຊ ກົມມະສິດ ເປັນລັດຖະມົນຕີກະຊວງການຕ່າງປະເທດ
6. ທ່ານ ຄໍາແພງ ໄຊສົມແພງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
7. ທ່ານ ຄຳເຈນ ວົງໂພສີ ເປັນລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
8. ທ່ານ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ
9. ທ່ານ ເພັດ ພົມພິທັກ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້
10. ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ
11. ທ່ານ ສອນໄຊ ສິດພະໄຊ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
12. ທ່ານ ນາງ ໃບຄໍາ ຂັດຕິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ
13. ທ່ານ ນາງ ສວນສະຫວັນ ວິຍາເກດ ເປັນລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
14. ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີກະຊວງການເງິນ
15. ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ
16. ທ່ານ ພຸດ ສິມມາລາວົງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
17. ທ່ານ ບຸນແຝງ ພູມມະໄລສິດ ເປັນລັດຖະມົນຕີກະຊວງສາທາລະນະສຸກ
18. ທ່ານ ໄພວີ ສີບົວລິພາ ເປັນລັດຖະມົນຕີກະຊວງຍຸຕິທໍາ
19. ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີກະຊວງພາຍໃນ
20. ທ່ານ ດາວວົງ ພອນແກ້ວ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
ຂ່າວ: ບຸນຕຽງ ຈັນທະວົງ
Loading...