ກອງປະຊຸມສະໄໝສາມັນເທື່ອທີ 11 ກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດຊຸດທີ XIV, ເຊິ່ງດຳເນີນມາແຕ່ ວັນທີ 24 ມີນາ – 8 ເມສາ, ສະພາແຫ່ງຊາດຫວຽດນາມ ໄດ້ສຸມໃສ່ ແຕ່ງຕັ້ງ ບັນດາຕຳແໜ່ງການນຳຂອງກົງຈັກລັດ. ສະພາແຫ່ງຊາດໄດ້ເລືອກຕັ້ງ ທ່ານ ເວືອງດິ່ງເຫ້ວ ກຳມະການກົມການເມືອງ, ສະມາຊິກສະພາແຫ່ງຊາດ ຊຸດທີ XIV, ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ຊຸດທີ XIV, ປະທານສະພາແຫ່ງຊາດ; ໄດ້ເລືອກຕັ້ງ ທ່ານ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງ, ສະມາຊິກສະພາແຫ່ງຊາດຊຸດທີ XIV ໃຫ້ດຳລົງຕຳແໜ່ງ ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ເລືອກຕັ້ງ ທ່ານ ຟ້າມມິນຈີ້ງ ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ດຳລົງຕຳແໜ່ງ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕຳແໜ່ງການນຳ ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ ລ້ວນແຕ່ມີປະສົບຜົນສຳເລັດດ້ວຍຄວາມມານະພະຍາຍາມ, ມີຫົວຄິດປະດິດສ້າງ ແລະ ຄວາມຮັບຜິດຊອບສູງໃນຕຳແໜ່ງ.
ໃນປີ 2016, ສະຫາຍ ເວືອງດິ່ງເຫ້ວ ເປັນຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະປະຈໍາລັດຖະບານ ແລະ ຄະນະລັດຖະບານ ກໍ່ໄດ້ປະສົບຜົນສຳເລັດສຳຄັນ ເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງເຂັ້ມແຂງກວ່າເກົ່າ, ປະກອບສ່ວນເຮັດໃຫ້ເສດຖະກິດເຕີບໂຕເຂັ້ມແຂງທີ່ສຸດໃນຮອບ 10 ປີທີ່ຜ່ານມາ ແລະ ແຜ່ຂະຫຍາຍຜົນສຳເລັດດ້ານເສດຖະກິດ ແລະ ແນວຄິດໃໝ່ ຕະຫລອດຮອດເຂດຊົນນະບົດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມີການພົບປະຫລາຍຄັ້ງກັບຫລາຍກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂປັບໂຄງສ້າງຂອງໜີ້ສາທາລະນະຄືນໃໝ່, ຫລຸດຜ່ອນອັດຕາສ່ວນໜີ້ສາທາລະນະ ແລະ ຄວາມກົດດັນໃນການຈ່າຍໜີ້; ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ສະພາແຫ່ງຊາດ ປະກາດໃຊ້ມະຕິສະບັບເລກ 42/2017/ສພຊ14 ກ່ຽວກັບການແກ້ໄຂໜີ້ທວງຍາກຂອງເສດຖະກິດ, ປັບປຸງກົດໝາຍວ່າດ້ວຍສະຖາບັນສິນເຊື່ອ. ໂດຍສະເພາະແມ່ນ, ຜົນສຳເລັດຂອງການຄຸ້ມຄອງລາຄາ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງນາຍົກ ລັດຖະມົນຕີ ເວືອງດິ່ງເຫ້ວ ຍິ່ງມີຄວາມໝາຍຍິ່ງກວ່າອີກໃນສະພາບການເຕີບໂຕ GDP ຂອງຫວຽດນາມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນ 4 ປີຜ່ານມາ. ຕະຫລອດໜຶ່ງປີທີ່ດໍາລົງຕໍາແໜ່ງເປັນເລຂາຄະນະພັກນະຄອນຫລວງຮ່າໂນ້ຍ, ດ້ວຍວີທີການເຮັດວຽກເວົ້າໜ້ອຍ, ເຮັດຫລາຍແຕ່ມີຄວາມຈິງຈັງ ແລະ ມີປະສິດທິຜົນຂອງສະຫາຍ ເວືອງດິ່ງເຫ້ວ ໄດ້ສ້າງການປ່ຽນແປງໃໝ່ໃນລະບົບການເມືອງ.
ສະຫາຍ ຫງວຽນຊວນຟຸກ ໄດ້ຖືກເລືອກຕັ້ງຈາກສະມາຊິກສະພາແຫ່ງຊາດ ເປັນນາຍົກ ລັດຖະ ມົນຕີໃນປີ 2016, ໃນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດຊຸດທີ XIII. ໃນໄລຍະດໍາລົງຕໍາແໜ່ງ 5 ປີ ທີ່ຜ່ານມາ, ສະຫາຍ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ, ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດ Covid-19 ທີ່ປະສົບເປັນຄັ້ງທໍາອິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ດ້ວຍພາລະໜ້າທີ່ອັນສໍາຄັນຂອງຜູ້ເປັນຫົວໜ້າ ລັດຖະບານຫວຽດນາມ ຍາມໃດກໍ່ຢຶດໝັ້ນໃນຈິດໃຈວ່າຕ້ອງ “ເຮັດແທ້ທໍາຈິງ”, ເຊິ່ງເປັນກຸນແຈສຳລັບຄະນະລັດ ຖະບານ ແລະ ນາຍົກລັດຖະມົນຕີ ຊອກຫາໄດ້ມາດຕະການແກ້ໄຂສຳລັບຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງ ຄ້າງໃນໄລຍະດຳລົງຕຳແໜ່ງ ເມື່ອຫວນຄືນເບິ່ງ 5 ປີທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະລວມໝູ່ຂອງລັດຖະບານໄດ້ປະເຊີນໜ້າ ແລະ ເອົາຊະນະຄື້ນກະແສຟອງ ແລະ ຄວາມຜັນຜວນທີ່ໜ້າປະທັບໃຈທັງຢູ່ພາຍໃນ ແລະ ຕ່າງປະເທດ. ໂດຍສະເພາະ, ຫວຽດນາມ ຮັກສາໄດ້ລະດັບການເຕີບໂຕຢູ່ລະດັບສູງ, ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແມ່ນບັນດາຂີດໝາຍເສດຖະກິດທີ່ພົ້ນເດັ່ນ ໃນສະໄໝການດຳລົງຕຳແໜ່ງ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ບັນດາຜົນສຳເລັດຂອງຫວຽດນາມ ທີ່ຍາດມາໄດ້ ເຊິ່ງຊ່ວຍຍົກສູງພາລະບົດບາດ ແລະ ຊື່ສຽງຂອງປະເທດຊາດໃນເວທີສາກົນ. ຕາມການຕີລາຄາຂອງຫລາຍອົງການ ຈັດອັນດັບສິນເຊື່ອສາກົນ, ການຈັດອັນດັບຂອງຫວຽດນາມ ນັບມື້ຍິ່ງໄດ້ຈັດຢູ່ໃນອັນດັບສູງ. ພາລະບົດບາດ ແລະ ຊື່ສຽງຂອງຫວຽດນາມ ທີ່ກ່າວມາຂ້າງເທິງນັ້ນ ແມ່ນຂີດໝາຍທີ່ສຳຄັນຂອງຜູ້ເປັນຫົວໜ້າລັດຖະບານ ກໍ່ຄື ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
ໃນຖານະເປັນເລຂາຄະນະພັກແຂວງກວາງນິງ (2011-2015), ສະຫາຍ ຟ້າມມິນຈິ້ງ ໄດ້ປະ ສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ. ທ່ານໄດ້ພະຍາຍາມຊຸກຍູ້ການປະຕິຮູບດ້ານບໍລິຫານຂອງແຂວງ ກວາງນິງ ຕາມສອງທິດ ຄື: ກ່ອນອື່ນໝົດ ແມ່ນປັບປຸງສະພາບແວດລ້ອມການຜະລິດ ແລະ ການດຳເນີນທຸລະກິດ, ການຮັບໃຊ້ວິສາຫະກິດ; ທີສອງ ແມ່ນການຮັບໃຊ້ປະຊາຊົນຕ້ອງໃຫ້ດີກວ່າເກົ່າ. ສະນັ້ນ, ການດໍາເນີນຂັ້ນຕອນປະກອບເອກະສານຕ່າງໆຂອງປະຊາຊົນ ແລະ ວິສາຫະກິດ ຢູ່ທີ່ນີ້ໄດ້ເຮັດໂດຍໄວ ແລະ ສະດວກຫລາຍຂຶ້ນ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າໃນຊຸມປີມໍ່ໆມານີ້, ແຂວງກວາງນິງ ຍາມໃດກໍ່ນອນໃນກຸ່ມບັນດາແຂວງນຳໜ້າ ໃນການປະຕິຮູບການບໍລິຫານລັດ. ໃນປີ 2019, ແຂວງນີ້ ໄດ້ຈັດຢູ່ລະດັບທີໜຶ່ງໃນທົ່ວປະເທດ ກ່ຽວກັບດັດຊະນີຂອງການປະຕິຮູບດ້ານການບໍລິຫານ ແລະ ດັດສະນີຄວາມເພິ່ງພໍໃຈຂອງປະຊາຊົນ. ກວາງນິງ ກໍ່ແມ່ນທ້ອງຖິ່ນໜຶ່ງ ທີ່ກຳລັງດຶງດູດແຫລ່ງກຳລັງແຮງຈາກຄູ່ຮ່ວມມືພາກລັດ-ເອກະຊົນ ເພື່ອລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນແມ່ນ: ສະໜາມບິນ, ທ່າເຮືອ, ທາງດ່ວນ. ນີ້ແມ່ນແຂວງທີ່ມີລະບົບພື້ນຖານໂຄງລ່າງທີ່ທັນສະໄໝຢ່າງຍິ່ງ ເມື່ອທຽບກັບຫລາຍທ້ອງຖິ່ນອື່ນ, ເປັນແຂວງທີ່ມີສະໜາມບິນ ທີ່ມີການລົງທຶນຂອງເອກະຊົນຄັ້ງທຳອິດຢູ່ຫວຽດນາມ; ມີທາງດ່ວນເຊື່ອມຕໍ່ລະຫວ່າງແຂວງຍາວທີ່ສຸດໃນປະເທດຫວຽດນາມ. ບັນດາຜົນສໍາເລັດໄດ້ຮັບໃນມື້ນີ້ ແມ່ນມີການປະກອບສ່ວນທີ່ສໍາຄັນຂອງທ່ານເລຂາຄະນະພັກແຂວງ ຟ້າມມິນຈິ້ງ.
ທ່ານໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງ ແລະ ໄດ້ຮັບມອບໝາຍ ໃຫ້ດຳລົງຕຳແໜ່ງ ຫົວໜ້າ ຄະນະຈັດຕັ້ງສູນກາງໃນປີ 2016. ໃນພາລະບົດບາດໜ້າວຽກ “ສຳຄັນຂອງສິ່ງສຳຄັນ” ຂອງພັກກອມມູນິດຫວຽດນາມ, ຫລາຍກ່ວາໜຶ່ງໄລຍະດໍາລົງຕໍາແໜ່ງຜ່ານມາ, ກໍ່ຍັງເປັນເວລາຂອງ ” ການທົດສອບໄຟ” ເຊິ່ງແມ່ນເຕັມໄປດ້ວຍສິ່ງທ້າທາຍ ສຳລັບຂະແໜງການຈັດຕັ້ງພະນັກງານ ກໍ່ຄື ທົ່ວພັກ, ທົ່ວລະບົບການເມືອງ. ພາຍຫລັງກວ່າ 2 ປີ ແຫ່ງການປະຕິບັດມະຕິເລກທີ 18 ແລະ 19 ຂອງຄະນະບໍລິຫານງານສູນກາງຊຸດທີ XII (ກ່ຽວກັບການຊັບຊ້ອນ ແລະ ຈັດຕັ້ງລະບົບກົນຈັກໃຫ້ກະ ທັດຮັດ ແລະ ມີປະສິດທິຜົນ; ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການດຳເນີນງານຂອງຫົວໜ່ວຍທຸລະກິດພາກລັດ), ລະບົບກົງຈັກມີຄວາມຄ່ອງແຄ້ວພໍ່ສົມຄວນ. ສະໄໝກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ກໍ່ເປັນຂີດໝາຍອັນສຳຄັນຂອງ ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ຟ້າມມິນຈິ້ງ ໃນການເປັນເສນາທິການທີ່ເປັນຍຸດທະສາດ ກ່ຽວກັບການຄວບຄຸມສິດອຳນາດ, ຕ້ານກັບການແລ່ນຊື້ຈ້າງສິດ, ແລ່ນຊື້ຈ້າງຕໍາແໜ່ງໃນວຽກງານຈັດຕັ້ງພະນັກງານ. ສະຫາຍໄດ້ເປັນຜູ້ລິເລີ່ມ ແລະ ຊີ້ນໍາຢ່າງຕັ້ງໜ້າໃນການຈັດຕັ້ງ ແລະ ພັດທະນາລາງວັນໜັງສືພິມແຫ່ງຊາດ ກ່ຽວກັບການກໍ່ ສ້າງພັກ (ລາງວັນຄ້ອນຕີກ້ຽວທອງ) ໃນໄລຍະ 5 ປີ ທີ່ຜ່ານມາ ເຊິ່ງໄດ້ກາຍເປັນລາງວັນໜັງສືພິມທີ່ມີຊື່ສຽງ, ໄດ້ສ້າງ ແລະ ກໍາລັງສ້າງເປັນການແຜ່ຂະຫຍາຍ ແລະ ມີຜົນດີໃນສັງຄົມຢ່າງກວ້າງຂວາງ.
ກອງປະຊຸມສະໄໝສາມັນຄັ້ງສຸດທ້າຍຂອງສະພາແຫ່ງຊາດຊຸດທີ XIV ຂອງພັກກອມມູນິດຫວຽດນາມໄດ້ຖືກວ່າເປັນກອງປະຊຸມມອບຮັບລະຫວ່າງສອງໄລຍະ ຂອງສະພາແຫ່ງຊາດຊຸດທີ XIV ແລະ ສະພາແຫ່ງຊາດຊຸດທີ XV. ໂດຍການຮວບຮວມເລືອກຕັ້ງເອົາບັນດາຕຳແໜ່ງການນຳຂັ້ນສູງຂອງປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດ ນາມ ມີຄວາມຫວັງສູງຕໍ່ກົງຈັກການນຳຊຸດໃໝ່ ຈະສືບຕໍ່ເສີມຂະຫຍາຍສະຕິປັນຍາ ແລະ ຄວາມສາ ມາດຂອງຕົນ ເພື່ອກ້າວຕໍ່ປະຕິບັດຕາມຜົນສຳເລັດຂອງໄລຍະກ່ອນ, ນຳພາປະເທດໃຫ້ນັບມື້ນັບພັດທະນາຍິ່ງຂຶ້ນ, ຫັນຄວາມມູ່ງມາດປາຖະໜາຢາກນຳພາປະເທດຫວຽດນາມ ໃຫ້ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງບົນຈິດໃຈມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃຫ້ປະກົດຜົນເປັນຈິງ.


