ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະໄໝແຫ່ງຊາດ ຊຸດທີ IX ໃນຕອນ ບ່າຍວັນທີ 12 ພະຈິກ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ. ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນຜ່ານຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄ້ວາ ແລະ ປະກອບຄໍາເຫັນ. ຮ່າງກົດໝາຍດັ່ງກ່າວ ເປັນຮ່າງກົດໝາຍທີ່ສ້າງຂຶ້ນໃໝ່ ປະກອບມີ X ພາກ 6 ໝວດ 59 ມາດຕາ.
ທ່ານ ບໍ່ວຽງຄໍາ ວົງດາລາ ຍົກໃຫ້ເຫັນເປົ້າຫມາຍ, ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດຫມາຍດັ່ງກ່າວວ່າ: ຍ້ອນການພັດທະນາເສດຖະກິດ-ສັງຄົມຂອງໂລກໃນປະຈຸບັນ ໄດ້ມີການນໍາເອົາຜົນສໍາເລັດຂອງການຄົ້ນຄ້ວາວິທະ ຍາສາດ ແລະ ການພັດທະນາເຕັກນິກ-ເຕັກໂນໂລຊີເຂົ້າສູ່ການຜະລິດ ມີລັກສະນະວ່ອງໄວ ແລະ ກ້າວກະໂດດ ເພື່ອແຂ່ງຂັນທາງທຸລະກິດ ໂດຍນໍາໃຊ້ເຕັກໂນໂລຊີໃຫມ່ ເພື່ອສ້າງບັນດາຜະລິດຕະພັນໃຫມ່ ເປັນຕົ້ນ ເຕັກໂນໂລຊີຂໍ້ມູນ ຂ່າວສານ, ເຕັກໂນໂລຊີວະພາບ, ພະລັງງານທົດແທນ ແລະ ວັດສະດຸໃຫມ່, ກົນຈັກອັດຕະໂນມັດ ແລະ ຂົງເຂດອື່ນ, ຊຶ່ງບັນດາປະເທດທີ່ມີຄວາມກ້າວຫນ້າ ໄດ້ນໍາໃຊ້ເຕັກໂນໂລຊີລະດັບສູງ ເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ກວມເອົາສາມຂະແຫນງການຫຼັກ ຄື: ການຜະລິດອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ, ໃນນັ້ນ ສຸມໃສ່ການພັດທະນາອຸດສາຫະກໍາ ເຕັກໂນໂລຊີລະດັບສູງໃນສີ່ຂົງເຂດ ເຊັ່ນ: ຂົງເຂດວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາສາດ, ຄະນິດ ສາດ (STEM). ທີ່ເປັນທ່າແຮງຂອງການຜະລິດຜະລິດ ຕະພັນເຕັກໂນໂລຊີລະດັບສູງ ໃນຍຸກອຸດສາຫະກໍາ 4.0.
ດ້ວຍເຫດນີ້ ເພື່ອເຮັດໃຫ້ວຽກງານເຕັກໂນໂລຊີລະດັບສູງ ໃຫ້ໄດ້ຮັບການຄຸ້ມ ຄອງ ແລະ ມີການຊຸກຍູ້ສົ່ງເສີມ ຈຶ່ງໄດ້ມີການສ້າງຮ່າງ ກົດຫມາຍວ່າດ້ວຍເຕັກໂນໂລຊີລະດັບສູງສະບັບນີ້ຂຶ້ນ ເພື່ອເປັນເຄື່ອງມີທາງດ້ານນິຕິກໍາ ຮັບໃຊ້ໃຫ້ແກ່ການຄຸ້ມ ຄອງ, ຊຸກຍູ້ສົ່ງເສີມການຄົ້ນຄວ້າ, ການພັດທະນາ, ການປະດິດສ້າງ, ການຄ້າ, ການລົງທຶນ, ການຜະລິດ, ການບໍລິການວຽກງານເຕັກໂນໂລຊີລະດັບສູງ ໃນ ສປປ ລາວ ເພື່ອຮັບປະກັນ ໃຫ້ແກ່ການລວມສູນຄຸ້ມຄອງວຽກງານເຕັກໂນໂລຊີລະດັບສູງ ໃນຂອບເຂດທົ່ວປະເທດ ທັງເປັນການສົ່ງເສີມດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ເອື້ອອໍານວຍໃຫ້ຜູ້ຜະລິດໄດ້ນໍາໃຊ້ເຕັກໂນໂລຊີ ທີ່ກ້າວຫນ້າທັນສະໄຫມ ແລະ ເຫມາະສົມ, ຮັບປະກັນໃຫ້ຜະລິດຕະພັນສິນຄ້າມີຄຸນນະພາບຊຶ່ງສາມາດແຂ່ງ ຂັນ ແລະ ເຊື່ອມໂຍ່ງກັບພາກພື້ນ ແລະ ສາກົນ.
ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຍົກໃຫ້ເຫັນຕື່ມວ່າ: ໄລຍະຜ່ານມາ ການຄຸ້ມຄອງວຽກງານເຕັກໂນໂລຊີລະດັບສູງຢູ່ ສປປ ລາວ ແມ່ນອີງໃສ່: ກົດຫມາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ, ກົດຫມາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ, ກົດຫມາຍວ່າດ້ວຍ ເຕັກໂນໂລຊີຊີວະພາບ, ກົດຫມາຍວ່າດ້ວຍ ທຸລະກໍາທາງເອເລັກ ໂຕຣນິກ, ກົດຫມາຍວ່າດ້ວຍ ຄວາມປອດໄພຈາກລັງສີ ແລະ ດໍາລັດວ່າດ້ວຍບັນຊີເຕັກໂນໂລຊີ. ນອກຈາກນີ້ ແມ່ນຍັງອີງໃສ່ ກົດ ຫມາຍອື່ນໆທີ່ກ່ຽວຂ້ອງ.
ຂ່າວ: ມົດແດງນ້ອຍ
ພາບ: ຂປລ