ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍ ໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ.
ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະ ມົນຕີ ວ່າດວ້ຍການພິຈາລະນາຮອງຮັບເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະ ບານ. ເຊິ່ງຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງແຕ່ງຕັ້ງ ທ່ານ ສະເຫລີມໄຊ ກົມມະສິດ ຂຶ້ນເປັນ ຮອງນາຍົກລັດຖະ ມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວຽງທະວິສອນ ເທບ ພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.
ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ຂ່າວ: ກິດຕາ
ພາບ: ເກດສະໜາ