ພິທີເຊັນສັນຍາມອບ – ຮັບ ການຊ່ວຍ ເຫຼືອຈາກໂຄງການສ້າງຄວາມເຊື່ຶອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ( clean projact ) ໃຫ້ແກ່ສະມາຄົມກາເຟລາວ ເພື່ອປັບປຸງຍົກລະດັບຫ້ອງທົດລອງກາ ເຟ ໄດ້ມີຂຶ້ນໃນວັນທີ 12 ກັນຍາ 2022,ທີ່ສະມາຄົມກາເຟລາວ ນະຄອນປາກເຊ ແຂວງຈຳປາສັກ.ໃຫ້ກຽດເຊັນມອບໂດຍ ທ່ານ ອາເຫຼັກ ດາຮານ ( Alek dahan ) ອຳນວຍການໂຄງການ
( ຄລີນ ໂປຣເຈັກ clean projact),ຮັບໂດຍທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະມາຄົມກາເຟລາວ, ທ່ານ ແສງຈັນ ຄຳມູນທາ ຮອງປະທານສະມາຄົມກາເຟລາວ ແລະ ພິເສດເປັນກຽດເຂົ້າຮ່ວມເປຫນສັກຂີພິຍານຂອງທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ມີຫົວໜ້າຫ້ອງການ ແລະ ຄະນະ ຕະຫຼອດຮອດພະນັກງານສະມາຄົມກາເຟລາວເຂົ້າ ຮ່ວມ.
ອຸປະກອນຫ້ອງທົດລອງທີ່ສະມາຄົມກາເຟລາວ ໄດ້ຮັບ ຈາກໂຄງການຄລີນ ໂປຣເຈັກ (clean projact) ໃນຄັ້ງນີ້ ລວມມີມູນຄ່າ ທັງໝົດ 19.768 ໂດລາສະຫາລັດ ຫຼືປະມານ 292 311 000 ກີບ.ເພື່ອຊ່ວຍໃນການປັບປຸງຫ້ອງທົດ ລອງ ( LABORATORY )ໃຫ້ໄດ້ມາດ ຖານ ສະຖາບັນຄຸນນະພາບກາເຟສາກົນ CQI ( Coffee Quality Institute ) ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງກາເຟລາວ ເປັນການຊຸກຍູ້ສົ່ງເສີມສະ ມາຄົມກາເຟລາວ ເປັນໃຈກາງໃຫ້ແກ່ຊາວສວນເພື່ອພັດທະນາ, ວິໄຈ ຄຸນນະພາບກາເຟ ແລະ ຕໍ່ຍອດຄຸນຄ່າກາເຟໃຫ້ສູງ ຂຶ້ນ, ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ເພື່ອຂະຫຍາຍຕະຫຼາດພາຍ ໃນ ແລະ ຕ່າງປະເທດ.
ໂອກາດກ່າວຮັບເຄື່ອງຊ່ວຍເຫຼືອ ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ ປະທານສະ ມາຄົມກາເຟລາວ ຍັງໄດ້ສະແດງຄວາມຂອບໃຈອັນລົ້ນເຫຼືຶອມາຍັງໂຄງການສ້າງຄວາມເຊື່ຶອມຍົງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ( clean projact ) ທີ່ມອບໃຫ້ໂດຍບໍ່ຄິດມູນຄ່າໃນຄັ້ງນີ້ ອັນເປັນການປະກອບສ່ວນສຳຄັນໃນການຍົກລະດັບຫ້ອງທົດລອງຂອງສະມາຄົມກາເຟລາວໃຫ້ສູງຂຶ້ນ ແລະ ມີຄຸນນະພາບ.ຈາກນີ້ກໍກ່າວຢືນຢັນວ່າ ຈະນຳພາພະນັກງານ ປົກປັກຮັກສາ ແລະ ນຳໃຊ້ອຸປະກອນ ທີ່ໄດ້ຮັບຊ່ວຍເຫຼືອໃນຄັ້ງນີ້ໃຫ້ມີປະສິດ ທິພາບ, ນຳໃຊ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ ແລະ ຝາກຄວາມຫວັງວ່າໂອກາດໜ້າ ຈະໄດ້ຮັບການຮ່ວມມືປະສານງານ ແລະ ຊ່ວຍເຫຼືອອີກໃນຄັ້ງຕໍ່ໄປ.
ເກດສະໜາ ແກ້ວສຸວັນນະແສງ
Loading...