ໃນວັນທີ 14 ທັນວາ 2021 ທີ່ແຂວງຫລວງພະບາງ ພາຍຫລັງມີການສໍາມະນາກ່ຽວ ກັບຫົວຂໍ້ຕ່າງໆທີ່ປີ່ນອ້ອມ ໃນຮູບແບບທາງໄກໃນລະຫວ່າງວັນທີ 31 ພະຈິກ ຫາ ວັນທີ 4 ທັນວາ 2021.
ໃນການທັດສະນະສຶກສາຄັ້ງນີ້, ຝ່າຍລາວນໍາພາຄະນະໂດຍ ທ່ານ ຣັດສະໝີ ດວງສັດຈະ ເລຂາທິ ການສະ ມາຄົມນັກຂ່າວແຫ່ງ ສປປ ລາວ ຕາງໜ້າຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສື່ມວນຊົນຈາກສູນກາງ ແລະ ທ່ອງຖິ່ນ, ຝ່າຍຈີນນຳໂດຍ ທ່ານ ນາງ ເຢ້ ຫຼົງ (Ye Rong) ຮອງເລຂາທິການສະ ມາຄົມນັກຂ່າວແຂວງຢຸນນານ (ຫົວໜ້າຄະນະ) ແລະ ສື່ມວນຊົນຈີນ ເຂົ້າຮ່ວມ.
ຈຸດປະສົງການຈັດສໍາມະນາ, ທັດສະນະສຶກສາລົດໄຟລາວ-ຈີນ ເພື່ອແລກປ່ຽນການພົວພັນຮ່ວມ ມືລະ ຫວ່າງສື່ມວນຊົນລາວ ແລະຈີນ ໃນໂອກາດຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະຈີນ, ການເປີດນໍາໃຊ້ທາງລົດໄຟລາວຈີນຢ່າງເປັນທາງການ ແນໃສ່ຊຸກຍູ້ສົ່ງເສີມມິດຕະພາບ ແລະການໄປມາຫາສູ່ກັນຂອງສື່ມວນຊົນ 2 ປະເທດລາວ ແລະຈີນ ໃຫ້ແໜ້ນແຟ້ນຍີ່ງຂື້ນ.
ການທັດສະນະສຶກສາທາງລົດ ໄຟລາວ-ຈີນ ຄັ້ງນີ້ສື່ມວນຊົນລາວ ໄດ້ທັດສະນະສຶກສາຕົວຈິງໃນການຂີ່ລົດ ໄຟລາວ-ຈີນ ແຕ່ສະ ຖານີນະຄອນຫລວງວຽງຈັນ ຫາສະຖານີບໍ່ເຕ່ນ ແຂວງຫລວງນ້ຳທາ. ລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ໃນເບື້ອງຕົ້ນເປີດໃຫ້ບໍລິການ 6 ສະຖານີຂົນສົ່ງຜູ້ໂດຍສານຄື: ສະຖານີນະຄອນ ຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພະບາງ, ເມືອງໄຊ ແລະ ສະຖາ ນີບໍ່ເຕ່ນ ຂອງຈຳ ນວນສະຖານີ ຂົນສົ່ງຜູ້ໂດຍສານທັງໝົດ 10 ສະຖານີ ແລະ ຍັງບໍ່ທັນເປີດໂດຍສານລະ ຫວ່າງປະເທດເທື່ອ, ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19. ໃນແຕ່ລະມື້ໄດ້ເປີດໃຫ້ບໍລິ ການປະຊາຊົນ 2 ຖ້ຽວຕໍ່ມື້
Loading...