ສະມາຄົມນັກຂ່າວແຫ່ງປະເທດຈີນ ແລະສະມາຄົມນັກຂ່າວແຂວງຢຸນນານ ຈັດສຳມະນາ, ທັດສະ ນະສຶກສາລົດໄຟລາວ- ຈີນ ພາຍໃຕ້ຫົວຂໍ້ ມິດຕະພາບລາວຈີນ ແລະການເປີດນໍາໃຊ້ລົດໄຟລາວຈີນ ໃຫ້ສື່ມວນຊົນລາວຈາກພາກສ່ວນຕ່າງໆທັງສູນກາງ ແລະແຂວງຫລວງພະບາງ, ສະ ຫວັນນະເຂດ, ອຸດົມໄຊ, ບໍລິຄຳໄຊ, ແຂວງວຽງຈັນ, ຄໍາມ່ວນ ແລະແຂວງຫລວງນໍາທາ ຜ່ານຮູບແບບວິດີໂອທາງໄກ ໃນວັນທີ 30 ພະຈິກ 2021 ໂດຍມີທ່ານ ສະຫວັນຄອນ ຣາຊມຸນຕີ, ປະທານສະ ມາຄົມນັກຂ່າວແຫ່ງປະເທດລາວ ທ່ານ ຖຽນ ອີ້ຫົງ, ເລຂາທິການສະມາຄົມນັກຂ່າວແຫ່ງປະເທດຈີນ ແລະທ່ານ ສູ ຖີອີ້, ປະທານສະ ມາຄົມນັກຂ່າວແຂວງຢຸນນານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງການຈັດສໍາມະນາ, ທັດສະນະສຶກສາລົດໄຟລາວ-ຈີນ ເພື່ອແລກປ່ຽນການພົວພັນຮ່ວມມືລະຫວ່າງສື່ມວນຊົນລາວ ແລະຈີນ ໃນໂອກາດຄົບ ຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະຈີນ ແລະການເປີດນໍາໃຊ້ທາງລົດໄຟລາວຈີນຢ່າງເປັນທາງ ການ ແນໃສ່ຊຸກຍູ້ສົ່ງເສີມມິດຕະພາບ ແລະການໄປມາຫາສູ່ກັນຂອງສື່ມວນຊົນ 2 ປະເທດໃຫ້ແໜ້ນແຟ້ນຍີ່ງຂື້ນ.
ທ່ານ ສະຫວັນຄອນ ຣາຊມຸນຕີ, ປະ ທານສະມາຄົມນັກຂ່າວແຫ່ງປະເທດລາວ ຍົກໃຫ້ເຫັນວ່າ: ຊຸດສໍາມະນາຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນຍິ່ງໃນການພັດທະນາຖັນແຖວສື່ມວນຊົນລາວ ທັງເປັນການຍົກລະດັບ ແລະພັດ ທະນາສື່ແບບໃໝ່ຜ່ານຫົວຂໍ້ທີ່ສໍາຄັນຕ່າງໆທີ່ປິ່ນອ້ອມ ປີມິດຕະ ພາບລາວ-ຈີນ ແລະ ການເປີດລົດໄຟ ລາວ-ຈີນ” ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ 2 ສະມາຄົມນັກຂ່າວ ລາວ-ຈີນ ທີ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີກັບບັນດາປະເທດໃນພາກພື້ນແລະໃນໂລກ.
ຊຸດສໍາມະນາ, ທັດສະນະສຶກສາລົດໄຟລາວ-ຈີນຄັ້ງນີ້ ຈັດຂື້ນລະຫວ່າງວັນທີ 30 ພະຈິກຫາວັນທີ 10ທັນວາໜ້ານີ້ ຜູ້ເຂົ້າ ຮ່ວມຈະໄດ້ສົນທະນາ, ແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍດ້ານກັບບັນດາຊ່ຽວຊານທີ່ມາຈາກພາກສ່ວນຕ່າງໆທີ່ຕິດພັນກັບຂົງເຂດສື່ມວນຊົນ ເປັນຕົ້ນການການພົວພັນຮ່ວມມືລະຫວ່າງລາວ ແລະຈີນ, ການກໍ່ສ້າງເສັ້ນທາງລົດໄຟລາວຈີນ, ຄວາມຮູ້ດ້ານການປ້ອງກັນພະຍາດໂຄວິດ19 ແລະດ້ານອື່ນໆ ລວມທັງກິດ ຈະກຳທັດສະນະສຶກສາເສັ້ນທາງລົດໄຟລາວຈີນຢູ່ເບື້ອງລາວຕື່ມອີກ.
ຂ່າວ;ພາບ: ຈັນທະສອນ ສີຫານາດ
Loading...