ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ວິທະຍຸສາກົນແຫ່ງ ປະເທດຈີນ ປະຈຳ ສປປ ລາວ (CRI) ໄດ້ຈັດການພົບປະ ແລະ ປຶກສາຫາລືວຽກງານ ກ່ຽວກັບການສ້າງກິດຈະກຳໃນວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍຄົບຮອບ 71 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2021) ຊຶ່ງຈັດຂຶ້ນໃນຕອນແລງຂອງວັນທີ 24 ມິຖຸນາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ທ່ານ ນາງ ແສງແກ້ວ (Mo Xiaoling) ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈໍາ ສປປ ລາວ, ບັນດາທ່ານຫົວໜ້າ/ຮອງກົມຂອງກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ພ້ອມດ້ວຍຄະນະບໍລິຫານງານ ສຂລ ຈຳນວນໜຶ່ງ, ເລຂາທິການ ສຂລ ແລະ ພະນັກງານ CRI ເຂົ້າຮ່ວມ.
ການພົບປະໃນຄັ້ງນີ້ ໄດ້ປຶກສາຫາລືວຽກງານຕ່າງໆທີ່ຕິດພັນກັບກິດຈະກຳ ເພື່ອເປັນການສ້າງຂະບວນການອຸທິດແດ່ວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 71 ປີ, ພ້ອມນັ້ນ ຍັງເປັນວັນສ້າງຕັ້ງ CRI ພາສາລາວ ຄົບຮອບ 65 ປີ ແລະ ວັນເປີດສຳນັກງານ CRI ຢູ່ ສປປ ລາວ, ສະນັ້ນ ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສຳຄັນທັງ 2 ຝ່າຍ ໄດ້ມີການພົບປະສົນທະນາ ກ່ຽວກັບການພັດທະນາສື່ມວນຊົນແບບໃໝ່ ໃນໄລຍະໃໝ່ ໂດຍຈະຮ່ວມກັນຈັດຕັ້ງເວທີປຶກສາຫາລືໃນຫົວຂໍ້ຕ່າງໆ ໂດຍຈະເນັ້ນໃນການຫັນເປັນທັນສະໄໝໃນການຜະລິດຂ່າວ, ການນຳໃຊ້ສື່ສິ່ງພິມ, ສື່ເອເລັກໂທຼນິກ ແລະ ສື່ທັນສະໄໝ ລວມທັງການນຳໃຊ້ສື່ອອນລາຍໃຫ້ເປັນປະໂຫຍດ ແລະ ທັງ 2 ພາກສ່ວນ ຍັງຈະໄດ້ມີການລາຍງານຜົນການພົບປະກັນຄັ້ງນີ້ໃຫ້ການນຳຂອງຝ່າຍຕົນ ພິຈາລະນາໃນຂັ້ນຕໍ່ໄປ ແລະ ຄາດວ່າ ການສຳມະນາຈະຈັດຂຶ້ນໃນເດືອນສິງຫາ 2021 ນີ້.
ໃນໂອກາດດັ່ງກ່າວ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສຂລ ຍັງໄດ້ແນະ ນຳ ແລະ ມອບໝາຍໃຫ້ທີ່ປະຊຸມນຳເອົາຈິດໃຈເນື້ອໃນຂອງຜົນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ ໂດຍສ້າງເປັນຮ່າງດຳເນີນວຽກງານແລ້ວຜ່ານຄະນະນຳ ສຂລ ແລະ CRI ເພື່ອໃຫ້ຂັ້ນເທິງ ໂດຍສະເພາະຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພິຈາ ລະນາ, ຈາກນັ້ນທັງ 2 ພາກສ່ວນກໍ່ຈະນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ໂດຍ ສະເພາະແມ່ນໃຫ້ເຫັນມູນເຊື້ອຂອງສື່ມວນຊົນ ແລະ ພິມຈຳໜ່າຍຂອງ ສປປ ລາວ ກໍ່ຄືພັດທະນາສື່ມວນຊົນລາວ ໃຫ້ກ້າວທັນຍຸກສະໄໝ ບົນແນວທາງນະໂຍ ບາຍຂອງພັກ ແລະ ລັດຖະບານໃນບຸກປ່ຽນແປງໃໝ່ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.
Loading...