ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບຫລຽນໄຊສາມັກຄີ ຈາກລັດ ຖະບານ ສ ກູບາ ແລະ ຫລຽນກາລະນຶກ 60 ປີ ຈາກສະຖາບັນກູບາເພື່ອມິດຕະ ພາບກັບນາໆຊາດ (ICAP) ໃຫ້ແກ່ສະມາ ຄົມມິດຕະພາບ ລາວ-ກູບາ ຈັດຂຶ້ນໃນວັນທີ 4 ກັນຍາ 2022, ທີ່ຫໍສະພາແຫ່ງ ຊາດ, ຕາງໜ້າມອບໂດຍ ສະຫາຍ ເກີຣາ ໂດ ເປນາລເວ ປໍຕາລ (Gerardo penalver portal), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 1 ແຫ່ງ ສ ກູບາ ແລະ ຕາງໜ້າຄະນະບໍລິຫານສະມາຄົມມິດຕະພາບຕະພາບ ລາວ-ກູບາ ຮັບໂດຍ ສະຫາຍ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ ໂດຍມີ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ເອັນນາ ເອເທີ ວຽງ ວາລເດສ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ແລະພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ກູບາ ເຂົ້າຮ່ວມ.
ພັກ, ລັດຖະບານ ແລະ ປະຊາຊົນ ກູບາ ແລະ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບຫລຽນໄຊສາມັກຄີ ແລະ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບ ຫລຽນກາລະນຶກ 60 ປີ ໃຫ້ສະມາຄົມມິດຕະພາບ ລາວ-ກູບາ ໃນຄັ້ງນີ້, ເພື່ອສະ ແດງຄວາມຂອບໃຈ, ຍ້ອງຍໍ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ເຄື່ອນໄຫວປະກອບສ່ວນຂອງ ສະ ມາຄົມມິດຕະພາບ ລາວ-ກູບາ ໃນການຕໍ່ສູ້ເພື່ອທວງເອົາຄວາມເປັນທຳໃຫ້ແກ່ ປະຊາຊົນກູບາ ຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການປະກອບສ່ວນຕໍ່ສູ້ທວງເອົາຄວາມເປັນທຳໃຫ້ແກ່ 5 ວິລະຊົນກູບາ ຈົນໄດ້ຮັບອິດສະລະພາບ ແລະ ກັບຄືນມາສູ່ດິນແດນ ແລະ ອ້ອມກອດຂອງຄອບຄົວ, ສະໜັບສະ ໜູນການຕໍ່ສູ້ຕ້ານການປິດລ້ອມທຸກຮູບແບບ ຂອງອິດທິກໍາລັງປໍລະປັກທີ່ມີຕໍ່ກູບາ. ພ້ອມນັ້ນ, ກໍຍັງເຄື່ອນໄຫວປະ ກອບສ່ວນເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ນັບມື້ເກີດດອກອອກຜົນ, ສວຍສົດງົດງາມ ແລະ ໝັ້ນຄົງຖາວອນ.
ໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສະມາ ຄົມມິດຕະພາບ ລາວ-ກູບາ ສະແດງຄວາມຂອບໃຈ ແລະ ຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງສຸດຄວາມສາມາດຂອງຕົນ ຮ່ວມກັບສະຫາຍກູບາ ໃນການຕໍ່ສູ້ທວງເອົາຄວາມເປັນທຳ, ຄວາມຍຸຕິທໍາຈາກອິດທິກໍາລັງປໍລະປັກ ເພື່ອສິດທິໃນການສ້າງສາພັດ ທະນາດ້ວຍຕົນເອງ. ພ້ອມນີ້, ສະມາຄົມມິດຕະພາບ ລາວ-ກູບາ ມີຄວາມຍິນດີ ແລະ ພ້ອມທີ່ຈະຮ່ວມມືກັບບັນດາສະຫາຍກູບາ ໂດຍສະເພາະ ບັນດາສະຫາຍໃນສະຖາບັນກູບາເພື່ອມິດຕະ ພາບກັບນາໆຊາດ ແລະ ສະມາຄົມມິດຕະພາບ ກູບາ-ລາວ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ແຕກດອກອອກຜົນ, ເສີມຂະຫຍາຍການທູດປະຊາຊົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
ຂ່າວ: ສຸກສະຫວັດ
ພາບ: ຂັນໄຊ