ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 12 ພຶດສະພາ 2022 ນີ້ ຢູ່ທີ່ຫ້ອງປະຊຸມສູນມິດຕະພາບລາວ-ເຢຍລະມັນ ໄດ້ມີພິທີມອບເງິນຈາກສະມາຄົມມິດຕະພາບ ລາວ-ເຢຍລະມັນໃຫ້ແກ່ອົງການກາແດງລາວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ Annette Knobloch ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ, ດຣ ຄຳລຽນ ພົນເສນາ ປະທານສະມາຄົມມິດຕະພາບ ລາວ- ເຢຍລະມັນ, ຮສ ດຣ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເງິນທີ່ນໍາມາມອບໃຫ້ແກ່ອົງການກາແດງໃນແຫ່ງຊາດລາວຄັ້ງນີ້ ມີຈຳນວນ 2000ຢູໂຣ ເພື່ອມອບຕໍ່ໃຫ້ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ນຳໃຊ້ເຂົ້າໃນວຽກງານຕ່າງໆ ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍເປັນກຽດມອບຂອງທ່ານ ນາງ Annette Knobloch ເອກອັກຄະລັດຖະທູດ ເຢຍລະມັນປະຈຳ ສປປ ລາວ ແລະ ຮັບໂດຍ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ. ໂອກາດດັ່ງກ່າວ ທ່ານປະທານອົງການກາແດງແຫ່ງຊາດລາວ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງທ່ານທູດ ແລະ ຄະນະສະມາຄົມມິດຕະພາບ ລາວ- ເຢຍລະມັນ ທີ່ໄດ້ປະກອບສ່ວນເງິນຊ່ວຍເຫລືອຈຳນວນເງີນດັ່ງກ່າວໃຫ້ແກ່ອົງການກາແດງແຫ່ງຊາດລາວ.
ໂດຍ: ນັກຂ່າວອົງການກາແດງລາວ