ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 25 ກັນຍາ 2023 ສະມາຄົມມິດຕະພາບ ລາວ-ຢຍລະມັນ ແລະ ສະຖານທູດເຢຍລະມັນ ຮ່ວມກັບອົງການການປົກຄອງແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ການປັບປຸງອາຄານໂຮງຮຽນປະຖົມບ້ານນາຂາມ, ເມືອງປະທຸມພອນ: ແຂວງຈຳປາສັກ. ໃຫ້ກຽດຮ່ວມພິທີດັ່ງກ່າວ ມີ ທ່ານ ໂສມ ບຸດຕະວົງ, ຮອງເຈົ້າແຂວງຈຳປາສັກ, ທ່ານ ປອ ຄໍາລຽນ ພົນເສນາ, ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ທ່ານ ນາງ ອາເນັດ ຄະໂນບັອກ (Annette Knobloch), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ. ພ້ອມນັ້ນຍັງມີບັນດາຄະນະບໍລິ ຫານງານສະມາຄົມມິດຕະພາບ ລາວ- ເຢຍລະມັນ, ຮອງເຈົ້າເມືອງປະທຸມພອນ, ຮອງຫົວໜ້າພະແນກ, ພໍ່ແມ່ປະຊາຊົນ, ຄູອາຈານ ແລະ ນັກຮຽນ ຈໍານວນໜຶ່ງເຂົ້າຮ່ວມ.
ໃຫ້ກຽດກ່າວມອບໂຮງຮຽນດັ່ງກ່າວ ໂດຍ ທ່ານ ນາງ ອາເນັດ ຄະໂນບັອກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ ແລະ ຕາງໜ້າກ່າວຮັບ ໂດຍ ທ່ານ ບຸນຖອງ ສຸພາວົງ, ຮອງເຈົ້າເມືອງປະທຸມພອນ. ໂຮງຮຽນປະຖົມສົມບ້ານນາຂາມ, ເມືອງປະທຸມພອນ, ແຂວງ ຈຳປາສັກ ໄດ້ຮັບການສ້າງຕັ້ງແຕ່ປີ 1980 ໂດຍແມ່ນທຶນ ຂອງລັດຖະບານລາວ (ແບບເຄິ່ງຖາວອນໃນເມື່ອກ່ອນ), ມີ 3 ຫ້ອງ, 3 ຫ້ອງຮຽນ ແລະ 3 ຫ້ອງນໍ້າ. ມາຮອດ ປີ 2023 ເກີດມີໄພທຳມະຊາດ ລົມພາຍຸ ເຮັດໃຫ້ໂຮງຮຽນດັ່ງກ່າວເກີດມີຜົນເສຍຫາຍພໍສົມຄວນ ແລະ ບໍ່ສາມາດນໍາໃຊ້ເຂົ້າໃນການຮຽນ, ການສອນໄດ້. ເມື່ອເຫັນໄດ້ຄວາມຈຳເປັນດັ່ງກ່າວ, ສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈຳ ລາວ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອງົບປະມານ ຈຳນວນ 116.000.000 ກີບ ແລະ ພໍ່ແມ່ປະຊາຊົນບ້ານນາຂາມ ປະກອບສ່ວນ ຈຳນວນ 65.500.000 ກີບ ລວມມູນຄ່າການສ້ອມແປງທັງໝົດ 181.500.000 ກີບ (ໜຶ່ງຮ້ອຍແປດສິບເອັດລ້ານຫ້າແສນກີບ) ໂດຍມອບໃຫ້ສະມາຄົມມິດຕະພາບ ລາວ-ເຢຍລະມັນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ປັບປຸງສ້ອມແປງສຳເລັດໃນທ້າຍເດືອນສິງຫາ 2023.
ໃນພິທີດັ່ງກ່າວ, ທ່ານ ຮອງເຈົ້າເມືອງປະທຸມພອນ ໄດ້ຕາງໜ້າໃຫ້ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ ສະແດງຄວາມຂອບໃຈ ມາຍັງ ສະຖານເອກອັກຄະລັດ ຖະທູດ ເຢຍລະມັນ ປະຈຳ ລາວ ກໍຄືລັດຖະບານເຢຍລະມັນ ແລະ ປະຊາຊົນເຢຍລະມັນ ທີ່ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫຼືອດ້ານການສຶກ ສາ ຢູ່ ສປປ ລາວ ຢ່າງຈິງໃຈຕະຫຼອດມາ ເຮັດໃຫ້ນັກຮຽນໄດ້ຮັບການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະແມ່ນ ແຂວງຈຳປາສັກ. ທັງເປັນການປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນອັນດີງາມ ຂອງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ -ເຢຍລະມັນ ໃຫ້ນັບມື້ໄດ້ຮັບການພັດ ທະນາ ແລະ ເສີມຂະຫຍາຍສູ່ບາດກ້າວໃໝ່. ພ້ອມນີ້, ຍັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ຈະນຳໃຊ້ອາຄານໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ