ກອງປະຊຸມສະຫລຸບ 6 ເດືອນຕົ້ນປີ ແລະ ກໍານົດທິດທາງໜ້າວຽກຈຸດສຸມ 6 ເດືອນທ້າຍປີ, ພ້ອມປະກາດການຈັດຕັ້ງ ຄະນະບໍລິຫານງານສະມາຄົມສຽງແຄນລາວ ຊຸດໃໝ່ ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2021 ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານກິດຕິມະສັກ ສະມາຄົມສຽງແຄນລາວ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄຳພັນ ເໝືອນສິດທິດາ ປະທານສະມາຄົມສຽງແຄນລາວ ໄດ້ກ່າວວ່າ: ໄລຍະ 6 ເດືອນຕົ້ນປີ ສະມາ ຄົມສຽງແຄນລາວ ໄດ້ຮັບຮອງເອົາການສ້າງຕັ້ງ ແລະ ກົດລະບຽບຂອງສະມາຄົມສຽງແຄນລາວ, ຮັບຮອງເອົາຄະນະບໍລິ ຫານສະມາຄົມສຽງແຄນລາວ ຊຸດທີ III, ໄດ້ຈົດທະ ບຽນສະມາຄົມສຽງແຄນລາວ, ໄດ້ປ່ຽນກາໝາຍ (Logo) ຈາກສະຄົມສິລະປະແຄນລາວ ມາເປັນສະ ມາຄົມສຽງແຄນລາວ, ໂດຍສອດຄ່ອງກັບລະ ບຽບກົດໝາຍທີ່ກ່ຽວຂ້ອງ, ໄດ້ພິມໂຄງຮ່າງຄະນະບໍລິ ຫານ ສະມາຄົມສຽງແຄນລາວ ຊຸດທີ III, ໄດ້ເປີດບັນຊີເງີນກະແສລາຍວັນ ແລະ ອື່ນໆ. ສຳລັບທິດທາງໜ້າ ທີ່ຈຸດສຸມ 6 ເດືອນທ້າຍປີ ຄະນະບໍລິ ຫານສະມາຄົມສຽງແຄນລາວ ຈະສືບເອົາໃຈໃສ່ສຶກສາອົບ ຮົມການເມືອງ- ແນວຄິດ ຕໍ່ຄະນະບໍລິຫານສະມາຄົມ ຕະຫລອດຮອດສະມາຊິກສະມາຄົມທຸກຄົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດ, ສືບຕໍ່ເອົາໃຈໃສ່ປັບ ປຸງກົງຈັກຊ່ວຍວຽກສະມາຄົມໃຫ້ເຂັ້ມແຂງ, ຈັດຕັ້ງປະ ຕິບັດແຜນການຜະລິດ ແລະ ຈຳໜ່າຍຜະລິດ ຕະພັນສັນຍາລັກແຄນລາວ ເພື່ອມີລາຍຮັບໃຫ້ສະມາຄົມກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ; ສືບຕໍ່ປັບປຸງ ບົດບັນເລັງສຽງແຄນ “ສືບສານຕໍານານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ” ທີ່ເປັນບົດບັນເລງສຽງແຄນລາວ ບັນດາເຜົ່າປະສານກັບເຄື່ອງດົນຕີສາກົນ, ຊຶ່ງໄດ້ສະແດງຜ່ານໃນງານມະໂຫ ລານສຽງແຄນເຊື້ອຊາດລາວ ມໍຣະດົກໂລກ ອອກສູ່ສັງຄົມ ໃນວັນທີ 18 ທັນວາ 2020 ເພື່ອໃຫ້ມີຄວາມສົມບູນ ແລ້ວຈັດຫາງົບປະມານເພື່ອຂຽນເປັນໂນດຊອນ ແຟ ແລະ ຈັດພິມໄວ້ ແນໃສ່ເພື່ອເປັນຫລັກສູດການຮຽນການສອນ ແລະ ເປັນລິຂະສິດຂອງລາວ.
ໃນໂອກາດນີ້, ກໍໄດ້ຮັບຮອງເອົາຄະນະບໍລິຫານ (ປະທານ, ຮອງປະທານ ແລະ ກໍາມະການ) ສະມາຄົມສຽງແຄນລາວ ຊຸດທີ III ແລະ ແຕ່ງຕັ້ງຄະນະຮັບຜິດ ຊອບໜ່ວຍສິລະປະການສະແດງ ຂອງສະມາຄົມສຽງແຄນລາວ ອີກດ້ວຍ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ແຄນ ແລະ ສຽງແຄນລາວ ໄດ້ຮັບການຢັ້ງຢືນຈາກອົງການອຸຍແນສໂກ ແຫ່ງ ສະຫະປະຊາຊາດ ໃຫ້ເປັນມໍລະດົກວັດທະນະທໍານາມມະທໍາຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກວັດທະນະທໍານາມມະທໍາ ຂອງມວນມະນຸດໂລກ ໃນທ້າຍ ປີ 2017 ຜ່ານມາຢ່າງສົມກຽດ, ເຊິ່ງມັນໄດ້ສ້າງກຽດ ແລະ ຊື່ສຽງທີ່ໃຫຍ່ຫລວງ ໃຫ້ແກ່ ສປປ ລາວ ໃນເວທີພາກພື້ນ, ສາກົນ ແລະ ໃນໂລກ. ຊາດລາວພວກເຮົາ ເປັນຊາດທີ່ເກົ່າແກ່ໃນພາກພື້ນນີ້, ບັນພະບູລຸດລາວເຮົາ ໄດ້ປະ ດິດສ້າງແຄນທີ່ເປັນເຄື່ອງດົນຕີ, ເປັນເອກະລັກສະເພາະຂອງຄົນລາວ ຊາດລາວ ມາໄດ້ຫລາຍກວ່າ 3.000 ປີ; ແຄນ ແລະ ສຽງແຄນ ຕິດພັນກັບວິຖີຊີວິດ ແລະ ຮີດຄອງປະເພນີຂອງຄົນລາວບັນ ດາເຜົ່າ ເຖິງແມ່ນປະເທດລາວເຮົາເຄີຍເປັນຫົວເມືອງຂຶ້ນຂອງຕ່າງຊາດມາຫລາຍຮ້ອຍປີກໍຕາມ ແຕ່ແຄນ ແລະ ສຽງແຄນ ຍັງຕິດພັນ ແລະ ຝັງເລິກຢູ່ໃນສ່ວນເລິກຫົວໃຈ, ວິຖີຊີວິດວັດທະນະທຳ ແລະ ປະເພນີຂອງຄົນລາວບັນດາເຜົ່າ ຕະ ຫລອດມາ. ນອກຈາກນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງເນັ້ນໃຫ້ ຄະນະບໍລິຫານງານຊຸດໃໝ່ ເພີ່ມທະວີຄວາມເປັນເອກະພາບ ພາຍໃນໝູ່ຄະນະ ຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ຄະນະບໍລິຫານສະມາຄົມຕະຫລອດສະມາຊິກ ທີ່ມີວິຊາຄວາມຮູ້ ທາງດ້ານວິຊາສະເພາະ ທີ່ແຕກຕ່າງກັນ ເອົາໃຈໃສ່ຈັດແບ່ງວຽກ ງານກັນໃຫ້ເໝາະສົມ ແລະ ສົມສ່ວນ; ສ້າງຄົນຮຸ່ນສືບທອດຢ່າງຕໍ່ເນື່ອງ; ເອົາໃຈໃສ່ດ້ານນະໂຍບາຍຕໍ່ກັນຕາມຄວາມ ເໝາະສົມ, ສ້າງບັນຍາກາດໃນການເຮັດວຽກງານ ທີ່ຟົດຟື້ນຫ້າວຫັນສະໜິດ ສະ ໜົມເປັນກັນເອງ, ເພີ່ມທະວີຄວາມສາມັກ ຄີເປັນເອກະພາບ ຢູ່ພາຍໃນໝູ່ຄະນະໃຫ້ໜັກແໜ້ນ, ສ້າງເປັນກໍາລັງແຮງຫລັກແຫລ່ງ ເປັນໃຈກາງແຫ່ງຄວາມສາມັກຄີເປັນເອກະພາບເປັນປຶກແຜ່ນ, ຖືສຳຄັນການປັບປຸງແບບແຜນວິທີເຮັດວຽກພາຍ ໃນໝູ່ຄະນະ, ເຮັດວຽກມີແບບແຜນ, ຕົວຈິງ, ຕື່ນຕົວເຮັດວຽກບໍ່ເອື່ອຍອີງຖິ້ມພຸ້ນຖີ້ມພີ້, ກ້າຫານປະດິດສ້າງ, ມີຄວາມຮັບ ຜິດຊອບ, ໂດຍເລີ່ມຈາກການສ້າງແຜນ ການ, ໂຄງການ, ກິດຈະກໍາຕົວຈິງ ແລ້ວມອບໝາຍກັນຈັດຕັ້ງປະຕິບັດ, ມີການຕິດຕາມກວດກາ ສ່ອງແສງລາຍງານໃນແຕ່ລະໄລຍະ.
ຂ່າວ: ກິດຕາ
ພາບ: ຂັນໄຊ

